ພິທີປົງສົພ ອະດີດພົນຕຣີວັງປາວ

ງານຊາປະນະກິດສົພ ອະດີດ ທ່ານນາຍພົນ ວັງປາວ ເລີ່ມຂຶ້ນ ໃນວັນສຸກນີ້.
ຈໍາປາທອງ
2011.02.03

ກົດຟັງສຽງ

ງານຊາປະນະກິດສົພ ອະດີດ ທ່ານນາຍພົນຕຣີ ວັງປາວ ຕາມຮີດຄອງ ປະເພນີ ຊາວເຜົ່າມົ້ງລາວ ກໍານົດດໍາເນີນ ໄປເປັນເວລາ 6 ວັນ ຊຶ່ງຈະເລີ່ມ ໃນວັນສຸກ ທີ 4 ກຸມພາ ນີ້ ໂດຍຈະມີ ຜູ້ອາວຸໂສ ຮຽກວິນຍານ ແລະຜູ້ເປົ່າຄຸ່ຍໄມ້ໃຜ່ ນໍາວິນຍານ ຂອງທ່ານນາຍພົນ ກັບຄືນໄປ ແຕ່ລະແຫ່ງແຕ່ລະຫົນ ຄາວທີ່ທ່ານ ຍັງມີຊີວິດຢູ່. ຕາມຣາຍງານຂ່າວ The Sacramento Bee. 

ພິທີໄວ້ທຸກ ຮຽກວິນຍານນັ້ນ ຈະດໍາເນີນໄປ ຖ້າມກາງ ສຽງຮ້ອງໃຫ້ສະອຶ້ນ ຂອງຍາດພີ່ນ້ອງ ຄົນໃກ້ຊິດ ຕລອດທັງຄືນທັງເວັນ ໄປຈົນກວ່າ ຜູ້ຄົນທີ່ສນັບ ສນູນທ່ານ ນັບເປັນຫລາຍພັນຄົນ ທີ່ມາຈາກທົ່ວໂລກ ໄດ້ເຂົ້າ ຢ້ຽມຄໍານັບສົພ ຂອງທ່ານ. 

ອະດີດ ນາຍພົນ ວັງປາວ ຜູ້ເປັນວິຣະບຸຣຸດ ທີ່ໄດ້ຕໍ່ສູ້ ຢ່າງເອົາເປັນ ເອົາຕາຍ ໃນສະໃໝສົງຄາມ ຕ້ານຣັດທິຄອມມິວນິສ ນັ້ນ ໄດ້ພາ ປະຊາຊົນລາວ ເປັນຈໍານວນ ຫລວງຫລາຍ ອອກຈາກ ປະເທດລາວ ພາຍຫລັງມີການ ປ່ຽນແປງຣະບອບ ການປົກຄອງໃນລາວ ເຂົ້າມາຕັ້ງຖີ່ນຖານ ຢູ່ໃນ ສະຫະຣັດ ອະເມຣິກາ. 

ຜູ້ຄົນທັງຫລາຍ ຈາກທົ່ວສາຣະທິດ ທີ່ມາໄວ້ທຸກ ນໍາທ່ານນັ້ນ ຈະພາກັນ ນໍາຂອງຕ້ອນ ຂອງຝາກຕ່າງໆ ມາພ້ອມ ຊຶ່ງຈະມີຮວມທັງ ເງິນ ອາຫານ ໝູ ໄກ່ ເພື່ອມາເສັ້ນຫວ້າຍ ດວງວິນຍານ ບັນພະບຸຣຸດ ແລະແຕ່ງອາຫານລ້ຽງ ແຂກຄົນທີ່ມາໃນງານສົພ ນໍາດ້ວຍ. 

ນາຍພົນວັງປາວ ອາຍຸ 81 ປີ ໄດ້ເສັຽຊີວິດ ເມື່ອວັນທີ 6 ມົກກະຣາ ຜ່ານມາ ທີ່ໂຮງພຍາບານ Clovis ເຂດເມືອງ Fresno ຣັດ California ສະຫະຣັດ ອະເມຣິກາ ດ້ວຍໂຣກຫົວໃຈວາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.