ສົບທ່ານນາຍພົນວັງປາວ ອາຈໄດ້ຝັງຢູ່ປ່າຊ້າ ແຫ່ງຊາດ

ສະມາຊິກ ຣັຖສະພາ ສະຫະຣັດ ຫລາຍທ່ານ ຂໍຮ້ອງໃຫ້ສົບ ຂອງ ທ່ານນາຍພົນ ວັງປາວ ໄດ້ຝັງຢູ່ ປ່າຊ້າແຫ່ງຊາດ ອາກລິງຕັນ.
ຈໍາປາທອງ
2011.01.13

ກົດຟັງສຽງ

ສະມາຊິກ ຣັຖສະພາ ສະຫະຣັດ ຫລາຍທ່ານ ສນັບສນູນ ຄໍາຂໍຮ້ອງ ຂອງຄອບຄົວ ພີ່ນ້ອງ ນາຍພົນວັງປາວ ທີ່ຢາກຂໍຝັງສົບ ນາຍພົນວັງປາວ ຢູ່ປ່າຊ້າ ແຫ່ງຊາດ Arlington ນະຄອນຫລວງ Washington DC. ຕາມຣາຍງານຂ່າວ McClatchy Newspapers.  

ທ່ານ Jim Costa ແລະທ່ານ Dennis Cardoza ຊຶ່ງເປັນສະມາຊິກ ສະພາຕໍ່າ ສະຫະຣັດ ຈາກຣັດ California ຂຽນຈົດໝາຍ ເຖິງທ່ານ Eric Shinseki ຣັຖມົນຕຣີ ກະຊວງ ນັກຣົບເກົ່າ ແລະທ່ານ Robert Gates ຣັຖມົນຕຣີ ກະຊວງ ປ້ອງກັນປະເທດ ສະຫະຣັດ ຮຽກຮ້ອງໃຫ້ ຣັຖມົນຕຣີ ທັງສອງ ອະນຸຍາດ ໃຫ້ພີ່ນ້ອງ ຄອບຄົວຂອງ ນາຍພົນ ວັງປາວ ມີສິດຝັງສົບ ນາຍພົນ ວັງປາວ ຢູ່ປ່າຊ້າ ແຫ່ງຊາດ ທີ່ນະຄອນຫລວງ Washington DC. ທ່ານ Costa ກ່າວວ່າ ນາຍພົນວັງປາວ ສົມຄວນ ຈະຖືກຝັງຢູ່ປ່າຊ້າ ແຫ່ງຊາດ ເພາະທ່ານ ເຄີຍຮັບໃຊ້ ສະຫະຣັດ ດ້ວຍຄວາມຈິງໃຈ, ເສັຽສະຣະ ແລະ ດ້ວຍ ກຽດສັກສີ ໃນສະໃໝສົງຄາມ. ນາຍພົນວັງປາວ ບໍ່ພຽງແຕ່ເປັນ ຜູ້ນໍາຊາວລາວ ເຜົ່າມົ້ງ ເທົ່ານັ້ນ ແຕ່ຍັງເປັນ ຜູ້ຕໍ່ສູ້ເພື່ອ ສິດທິມະນຸດ ແລະຊ່ວຍເສີມສ້າງ ຄວາມສໍາພັນ ຣະຫວ່າງ ສະຫະຣັດ ແລະ ລາວໃຫ້ດີຂຶ້ນ. ນອກຈາກທ່ານ Costa ແລະທ່ານ Cardoza ແລ້ວ ມາດາມ Madeleine Bordallo ຜູ້ຕາງໜ້າ ເກາະກວມ ແລະທ່ານ Tim Holden ສະມາຊິກ ຣັຖສະພາ ຈາກຣັດ Pensylvania ກໍໄດ້ເຊັນ ສນັບສນູນ ຈົດໝາຍ ຮຽກຮ້ອງດັ່ງກ່າວ. 

ຕາມຣະບຽບ ກົດໝາຍ ຂອງສະຫະຣັດ ມີແຕ່ຊາວ ອະເມຣິກັນ ທີ່ຮັບໃຊ້ ຢູ່ໃນກອງທັບ ສະຫະຣັດ ເທົ່ານັ້ນ ຈຶ່ງມີສິດຖືກຝັງ ຢູ່ປ່າຊ້າແຫ່ງຊາດ. ແຕ່ວ່າ ໃນລະຍະຜ່ານມາ ມີບຸກຄົນ ເຖິງ 196 ຄົນ ຂໍຝັງສົບ ພີ່ນ້ອງຂອງຕົນ ຢູ່ໃນປ່າຊ້າ Arlington. ໃນນັ້ນ 144 ຄໍາຮ້ອງຖືກ ປະຕິເສດ ແລະ ມີພຽງແຕ່ 52 ຄໍາຮ້ອງ ໄດ້ຮັບ ອະນຸມັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jan 13, 2011 07:33 PM

WE HAPPY VERY MUCH ABOUT INFORMATION OF ASIA RADIO. COULD YOU TELL US ABOUT PEOPLE IN LAOS . WHY MANAGEMENT OF LAOS NOT PERMISSION PEOPLE IN LAOS LISTENING ASIA RADIO ?

Anonymous
Jan 13, 2011 03:18 PM

ຂໍສະໜັບສະໜູນດ້ວຍຊີວິດ