ຣະເບີດຕົກຄ້າງຈາກສົງຄາມ
2012.03.08

ກົດຟັງສຽງ
ທ່ານ ບຸນເຮືອງ ດວງພະຈັນ ຣັຖມົນຕຣີ ປະຈຳ ຫ້ອງວ່າການ ຣັຖບານ ປະທານ ຄນະກັມມະການ ຄວບຄຸມ ແຫ່ງຊາດ ເພື່ອແກ້ໄຂ ບັນຫາ ຣະເບີດ ບໍ່ທັນແຕກ ຢູ່ ສປປລາວ ກ່າວເມື່ອ ບໍ່ດົນຜ່ານມາວ່າ ບັນຫາ ຣະເບີດ ທີ່ຍັງບໍ່ແຕກ ຢູ່ລາວ ເປັນບັນຫາໃຫຍ່ ເປັນອຸປສັກ ອັນໃຫຍ່ຫລວງ ຕໍ່ການແກ້ໄຂ ຄວາມທຸກຍາກ ຂອງ ປະຊາຊົນ ລາວ ບັນດາເຜົ່າ.
ຣັຖບານລາວ ໂດຍໄດ້ຮັບ ການຊ່ວຍເຫລືອ ຈາກ ຕ່າງປະເທດ ໄດ້ເລິ້ມ ເກັບກູ້ຣະເບີດ ທີ່ຍັງບໍ່ແຕກ ນັບແຕ່ປີ 1996 ເປັນຕົ້ນມາ ຈົນເຖິງ ປັດຈຸບັນ ໄດ້ເກັບກູ້ ຣະເບີດ ອອກຈາກພື້ນທີ່ ທັງໝົດ 24,000ເຮັກຕາຣ໌. ອຸປສັກໃຫຍ່ ໃນການເກັບກູ້ ຣະເບີດ ຢູ່ລາວ ກໍແມ່ນ ບັນຫາຂາດ ງົບປະມານ ປີນຶ່ງ ອົງການ ເກັບກູ້ຣະເບີດ ແຫ່ງຊາດ ສປປລາວ ຕ້ອງການ ງົບປະມານ ທັງໝົດເຖິງ 30 ລ້ານ ດອນລ່າ ສະຫະຣັຖ ແຕ່ບາງປີ ໄດ້ຮັບເງິນ ຊ່ວຍເຫືອ ບໍ່ເຖິງເຄິ່ງນຶ່ງ ຂອງຈຳນວນ ທີ່ຕ້ອງການ ບາງເທື່ອ ອົງການ ເກັບກູ້ຣະເບີດ ຈຳເປັນຕ້ອງ ຫຼຸດຈໍານວນ ຄົນງານ. ບັນດາ ປະເທດ ທີ່ໃຫ້ເງິນ ຊ່ວຍເຫລືອ ເປັນປະຈຳ ກໍມີ ເຍັຍຣະມັນ ອອສເຕຣເລັຍ ການາດາ ຍີ່ປຸ່ນ ແດນມາກ ແລະ ສະຫະຣັຖ ອະເມຣິກາ.
ສປປລາວ ເປັນເຈົ້າການ ໃນການຮຽກຮ້ອງ ໃຫ້ປະເທດອື່ນໆ ໃນໂລກ ລົງນາມ ແລະ ໃຫ້ສັດຕະຍາບັນ ແກ່ສົນທິສັນຍາ ກ່ຽວກັບ ການຫ້າມ ຣະເບີດລູກຫວ່ານ ຫລື ເປັນທີ່ຮູ້ກັນດີ ຢູ່ລາວ ໃນປັດຈຸບັນ ວ່າ ຣະເບີດ ບ່ອມບີ່.
ລາວເປັນເຈົ້າພາບ ຈັດກອງປະຊຸມ ໃຫຍ່ ຢູ່ນະຄອນຫລວງ ວຽງຈັນ ເມື່ອປີ 2010 ແລະ ຣັຖບານລາວ ກໍສເນີແຜນການ ເກັບກູ້ ຣະເບີດ ສິບປີ ຊຶ່ງ ຣັຖບານ ຈະພຍາຍາມ ເກັບກູ້ຣະເບີດ ໃຫ້ໄດ້ຕື່ມອີກ 22,000 ເຮັກຕາຣ໌. ປັດຈຸບັນ 100 ກວ່າ ປະເທດ ໄດ້ລົງນາມ ໃນສົນທິສັນຍາ ສະບັບນັ້ນ ແລະ ຫົກສິບກວ່າ ປະເທດ ໄດ້ໃຫ້ ສັດຕະຍາບັນ ແລ້ວ.