ການເກັບກູ້ລະເບີດ ໃນແຂວງສາຣະວັນ

ການເກັບກູ້ ລະເບີດ ບໍ່ທັນແຕກ ໃນແຂວງ ສາຣະວັນ ໄດ້ພຽງແຕ່ 3 ສ່ວນຮ້ອຍ ຂອງພື້ນທີ່ ຍັງສົ່ງຜົນ ກະທົບຕໍ່ ຊີວິດ ການເປັນຢູ່ ຂອງປະຊາຊົນ ຢ່າງຫລວງຫລາຍ.
ໂພໄຊສວັດ
2011.02.17

ກົດຟັງສຽງ

ປະຊາຊົນ ໃນແຂວງ ສາຣະວັນ ຍັງໄດ້ຮັບ ຜົນກະທົບຈາກ ລະເບີດ ບໍ່ທັນແຕກ ຍ້ອນວ່າທີ່ຜ່ານມາ ການເກັບກູ້ລະເບີດ ພາຍໃນແຂວງ ໄດ້ພຽງແຕ່ 3 ສ່ວນຮ້ອຍ ຂອງພື້ນທີ່ ທີ່ໄດ້ຮັບຜົນ ກະທົບ ທັງໝົດ.

ສຳລັບອຸບັດຕິເຫດ ທີ່ເກີດຂຶ້ນ ສ່ວນໃຫຍ່ແມ່ນ ຍ້ອນຊາວບ້ານ ທີ່ພຍາຍາມ ບຸກເບີກພື້ນທີ່ດິນ ເພື່ອການກະເສຕ ແລະ ຄວາມຮູ້ເທົ້າ ບໍ່ເຖິງການ ຂອງພວກຂະເຈົ້າ. ເຖິງປັດຈຸບັນນີ້ ປະຊາຊົນ ຍັງມີຄວາມວິຕົກ ກັງວົນ ແລະ ຢ້ານກົວຢູ່. ດັ່ງເຈົ້າໜ້າທີ່ ຈາກຫ້ອງການ ກົມປະສານງານ ການເກັບກູ້ລະເບີດ ແຫ່ງຊາດ ປະຈຳແຂວງ ສາຣະວັນ ໄດ້ເວົ້າວ່າ:

"ຖ້າທຽບໃສ່ ຜົນກະທົບທັງໝົດ ພວກເຮົາກໍສາມາດ ປະຕິບັດ ໄດ້ແຕ່ 3% ຂອງພື້ນທີ່ ທີ່ມີຜົນກະທົບ 80% ໃນທົ່ວແຂວງ ຖືວ່າທົ່ວແຂວງ ສາຣະວັນ ມາໄລ່ແລ້ວເປັນ 80% ທີ່ຖືກຜົນກະທົບ ແຕ່ພໍມາແກ້ໄດ້ ມີແຕ່ 3% ຖືວ່າຍັງ ຫລວງຫລາຍ ທີ່ສຸດ".

ເຈົ້າໜ້າທີ່ເວົ້າຕໍ່ໄປ ວ່າໃນລະຍະ 10 ປີ ຜ່ານມາ ທາງການສາມາດ ເກັບກູ້ລະເບີດ ໄດ້ທັງໝົດພຽງ ແຕ່ 2,231 ເຮັກຕາ ຊຶ່ງຖືວ່າໜ້ອຍທີ່ສຸດ. ອີງຕາມສະຖິຕິ ຫລ້າສຸດ ຢູ່ແຂວງ ສາຣະວັນ ມີຜູ້ທີ່ໄດ້ຮັບ ເຄາະຮ້າຍ ຈາກລູກລະເບີດ ບໍ່ທັນແຕກ ທັງໝົດ 1,140 ກໍຣະນີ, ໃນຈຳນວນນີ້ ມີຜູ້ເສັຍຊີວິດ 41 ຄົນ ແລະທີ່ເຫລືອນັ້ນ ໄດ້ກາຍເປັນ ຜູ້ເສັຍ ອະນາຄົດ ຕລອດຊີວິດ.

ເຖິງຢ່າງໃດກໍຕາມ ທາງຫ້ອງການ ກົມປະສານງານ ການເກັບກູ້ ລະເບີດແຫ່ງຊາດ ໄດ້ເອົາໃຈໃສ່ ໃຫ້ຄວາມຮູ້ ໂຄສະນາ ໃຫ້ປະຊາຊົນ ຮູ້ເຖິງຜົນຮ້າຍ ແລະ ອັນຕະລາຍ ຈາກລະເບີດ ບໍ່ທັນແຕກ ນອກຈາກນີ້ ກໍໄດ້ບຸກເບີກ ທຳລາຍ ລະເບີດທີ່ຕົກຄ້າງ ເລື້ອຍໄປເພື່ອໃຫ້ ປະຊາຊົນ ສາມາດ ໃຊ້ພື້ນທີ່ດິນ ໃນການກະເສຕ ແລະ ອື່ນໆໄດ້.

ແຂວງສາຣະວັນ ເປັນແຂວງນຶ່ງ ຂອງລາວ ທີ່ໄດ້ຮັບຜົນກະທົບ ຈາກລະເບີດ ບໍ່ທັນແຕກ ໂດຍສະເພາະ ໃນ 3 ເມືອງຂອງ 8 ເມືອງຊຶ່ງມີ ເມືອງຕະໂອ້ຍ, ເມືອງຕຸ້ມລານ ແລະ ເມືອງສະມ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.