ການກູ້ລະເບີດໃນລາວ ຍັງບໍ່ໄດ້ເຕັມທີ່ເທື່ອ

ການເກັບກູ້ ລະເບີດ ເຖິງປັດຈຸບັນນີ້ ຍັງບໍ່ສາມາດ ເຮັດໄດ້ ເຕັມເມັດເຕັມໜ່ວຍ ເທື່ອ.
ໂພໄຊສວັດ
2011.01.28

ກົດຟັງສຽງ

ບັນຫາລະເບີດ ບໍ່ທັນແຕກ ເປັນບັນຫາທີ່ ສຳຄັນອັນນຶ່ງ ທີ່ ທ່ວງດຶງການ ພັທນາເສຖກິດ ສັງຄົມ ຂອງລາວ ຍ້ອນວ່າທີ່ຜ່ານມາ ການເກັບກູ້ລະເບີດ ຍັງເຮັດບໍ່ໄດ້ ຢ່າງເຕັມເມັດເຕັມໜ່ວຍ  ຈຶ່ງເຮັດໃຫ້ມີ ຜູ້ເຄາະຮ້າຍ ຈາກລະເບີດ ທີ່ບໍ່ທັນແຕກ ເລື້ອຍໆມາ. ພົນໂທ ດວງໃຈພິຈິດ ຮອງນາຍົກຣັຖມົນຕຣີ ຣັຖມົນຕຣີວ່າການ ກະຊວງ ປ້ອງກັນປະເທດ ໄດ້ກ່າວໃນກອງປະຊຸມ ສລຸບວຽກງານ ເກັບກູ້ລະເບີດ ຢູ່ສປປລາວ ປີ 2010 ໃນມື້ວັນທີ 27 ມົກກະຣາ 2011 ທີ່ນະຄອນຫລວງ ວຽງຈັນວ່າ:

"ການດຳເນີນ ເກັບກູ້ລະເບີດ ທຳລາຍລະເບີດ ຢູ່ປະເທດເຮົາ ກໍຍັງບໍ່ທັນສາມາດ ຕອບສນອງການຮຽກຮ້ອງ ຕ້ອງການ ການພັທນາ ເສຖກິດສັງຄົມ ຖ້າໂຄງການອັນນີ້ ບໍ່ໄປພ້ອມເຮັດໃຫ້ ການທຳມາຫາກິນ ຂອງປະຊາຊົນມີ ຄວາມສ່ຽງ ອັນນີ້ມັນ ເຮົາກໍຈະຕ້ອງ ໄດ້ເລັ່ງ".

ພົນໂທ ດວງໃຈ ກ່າວຕໍ່ໄປວ່າ ວຽກງານການ ເກັບກູ້ລະເບີດ ເປັນສ່ວນນຶ່ງ ຂອງໂຄງການຫລຸດພົ້ນ ຄວາມທຸກຍາກປີ 2015-2020 ທີ່ທາງຣັຖບານລາວ ໄດ້ກຳນົດໄວ້. ຖ້າຫາກຍັງ ບໍ່ສາມາດແກ້ໄຂ ຜົນກະທົບ ຂອງລະເບີດບໍ່ທັນແຕກ ໃຫ້ຫລຸດລົງໄດ້ ການຫລຸດຜ່ອນ ຄວາມທຸກຍາກ ຂອງປະຊາຊົນ ກໍຍັງຈະເປັນ ບັນຫາຕໍ່ໄປ. ສໍາລັບບັນຫາ ດັ່ງກ່າວນີ້ ຄນະກັມມະການ ຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂ ລະເບີດບໍ່ທັນແຕກ ໄດ້ຮ່ວມມື ປຶກສາຫາລືກັບ ອົງການ ສະຫະປະຊາຊາດ ເພື່ອໃຫ້ການ ດຳເນີນງານໃນປີ 2011 ດີຂຶ້ນກວ່າເກົ່າ.

ລະເບີດທີ່ບໍ່ທັນແຕກ ສົ່ງຜົນກະທົບ ຕໍ່ການພັທນາ ເສຖກິດສັງຄົມ ຍ້ອນວ່າໃນແຕ່ລະປີ ມີຜູ້ໄດ້ຮັບບາດເຈັບ ແລະ ເສັຍຊີວິດ ຈຳນວນຫລາຍ ຈາກເຫດລະເບີດ. ພົນໂທ ດວງໃຈ ກ່າວກ່ຽວກັບ ເຣື້ອງນີ້ວ່າ:

"ແຕ່ລະປີ ຄົນຫາຍຈາກ ລະເບີດບໍ່ທັນແຕກທີ່ ຕົກຄ້າງ ມີຜູ້ບາດເຈັບ ມີຜູ້ເສັຍຊີວິດ ລົ້ມຕາຍ ປານນີ້ເຮົາບໍທັນຮູ້ ປີໃດຊິແລ້ວ ບໍ່ມີໃຜສາມາດ ເວົ້າໄດ້".

ຄນະກັມມະການ ຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂ ລະເບີດບໍ່ທັນແຕກ ສລຸບລາຍງານ ການເກັບກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ໃນປີ 2010 ວ່າສາມາດ ທຳລາຍລະເບີດ ໃນພື້ນທີ່ດິນ ກະສິກັມ ແລະ ພື້ນທີ່ສຳລັບ ປູກສ້າງໄດ້ ທັງໝົດ 3,799 ເຮັກຕາ ແລະ ລະເບີດ 65,138 ໜ່ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.