ການຄ້າສະຫະຣັຖ ຢ້ຽມຢາມການຄ້າລາວ

ອົງການ ການຄ້າ ສະຫະຣັຖ ສົ່ງເສີມ ການຄ້າ ການລົງທຶນ ໃນລາວ.
ໂພໄຊສວັດ
2011.09.06
F-us-trade-business ທ່ານ ສິທທິໄຊ ເກັດທະວົງ ຜູ້ຈັດການ ຝ່າຍຜລິດ ຂອງ ໂຮງງານ ຕົ້ມເຫລົ້າ ລາວ ຈໍາກັດ ກໍາລັງ ນໍາທ່ຽວ ຜູ້ຕາງໜ້າ ການຄ້າ ຈາກ ສະຫະຣັດ
usembassy.gov

ກົດຟັງສຽງ

ຜູ້ຕາງໜ້າ ທຸຣະກິຈ ການຄ້າ ສະຫະຣັຖ ຢ້ຽມຢາມ ນະຄອນຫລວງ ວຽງຈັນ ລະຫວ່າງ ວັນທີ 30-31 ສິງຫາ 2011 ເພື່ອສຶກສາ ການຄ້າ ການລົງທຶນ ແລະ ເພື່ອພົບພໍ້ ກັບນັກ ທຸຣະກິຈ ຕ່າງຊາດ ແລະ ເຈົ້າໜ້າທີ່ ທາງການ ລາວ.

ການຢ້ຽມຢາມ ໄດ້ຮັບການ ສນັບສນູນ ຈາກ ສະຖານທູດ ສະຫະຣັຖ ປະຈໍາລາວ ຮ່ວມກັບ ຫໍການຄ້າ ສະຫະຮັຖ ໃນໄທ ແລະ ອົງການ ບໍຣິການ ເສຖກິຈ ສະຫະຮັຖ ໃນໄທ. ມີທູດ ການຄ້າ ປະກອບດ້ວຍ ສະມາຊິກ ຫໍການຄ້າ ສະຫະຮັຖ ໃນໄທ, ວຽດນາມ ແລະ ສິງກະໂປ ແລະ ຜູ້ຕາງໜ້າ ທຸຣະກິດ ຍ່ອຍ ແລະ ທຸຣະກິດ ໃຫຍ່ເຊັ່ນ ບໍລິສັດ ໂຄຄາ ໂຄລາ, General Electric ແລະ Citibank.

ຈຸດປະສົງ ຂອງການມາ ຢ້ຽມຢາມ ກໍເພື່ອເພີ້ມ ການຄ້າ ການ ລົງທຶນ ລະຫວ່າງ ສປປລາວ ແລະ ສະຫະຣັຖ, ຊຶ່ງໃນປີ 2010 ມີມູນຄ່າ ຮອດ 71 ລ້ານ ໂດລາ ສະຫະຣັຖ.
ໃນການ ມາຢ້ຽມຢາມ ຄັ້ງນີ້ ທາງຄນະ ໄດ້ຖືກ ຕ້ອນຮັບ ໂດຍ ຣັຖມົນຕຣີ ກະຊວງ ແຜນການ ແລະ ການລົງທຶນ ທ່ານ ສົມດີ ດວງດີ, ຣັຖມົນຕຣີ ກະຊວງ ອຸດສາຫະກັມ ແລະ ການຄ້າ ທ່ານ ນາມ ວິຍະເກດ ແລະ ຣັຖມົນຕຣີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ດຣ. ສົມມາດ ພົນເສນາ.

ຫລັງຈາກ ພິທີ ກ່າວຕ້ອນຮັບ ເອກອັຄຣາຊທູດ ສະຫະຣັຖ ປະຈໍາ ລາວ ຍານາງ Karen Stewart ກໍໄດ້ ສເນີຂໍ້ມູນ ກ່ຽວກັບ ສະພາບ ບັນຍາກາດ ການເມືອງ ແລະ ເສຖກິດ ຂອງລາວ. ໃນຄໍ່າຄືນ ວັນທີ 30 ທາງຄນະທູດ ທີ່ມາ ຢ້ຽມຢາມ ກໍໄດ້ຮ່ວມ ໃນງານລ້ຽງ ຕ້ອນຮັບ ຢູ່ບ້ານພັກ ຂອງ ເອກອັຄຣາຊທູດ ສະຫະຣັຖ ປະຈໍາ ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.