ສະຫະຣັດໃຫ້ທຶນ ການສຶກສາ
2012.03.28
ກົດຟັງສຽງ
ເວັບໄຊຕ໌ ຂອງ ສະຖານທູຕ ສະຫະຣັຖ ອະເມຣິກາ ປະຈຳ ສປປລາວ ຣາຍງານວ່າ ກະຊວງ ສຶກສາທິການລາວ ແລະ ສະຖານທູຕ ສະຫະຣັຖ ປະຈຳລາວ ປະກາດວ່າ ມີຄວາມຍິນດີ ຮັບເອົາ ຄຳຮ້ອງ ຂໍທຶນ ໄປຮຽນຕໍ່ ທີ່ ສະຫະຣັຖ ຊື່ງຣາຍຣະອຽດ ມີດັ່ງນີ້:
ທຶນການ ສຶກສາ Fulbright ຊຶ່ງເປັນທຶນ ພາຍໃຕ້ ໂຄງການ J. William Fulbright ຈະແມ່ນທຶນ ການສຶກສາ ຂັ້ນປຣິນຍາໂທ ເປັນ ເວລາ ສອງປີ ນັບແຕ່ປີ 2013 ເປັນຕົ້ນໄປ ຈົນເຖິງ ປີ 2015. ຊາວລາວ ທີ່ຢາກຍື່ນ ຄຳຮ້ອງ ຂໍທຶນ ການສຶກສາ ດັ່ງກ່າວ ຈະເປັນ ພະນັກງານ ຂອງຣັຖບານ ຫລື ຄົນງານ ຈາກ ບໍຣິສັດ ເອກກະຊົນ ກໍໄດ້ ຈະເປັນແມ່ຍິງ ຊົນເຜົ່າ ສ່ວນນ້ອຍ ຫຼືຜູ້ສມັກ ຈາກເຂດໃດ ກໍມີສິດ ຍື່ນຄຳຮ້ອງ ໄດ້ເຊັ່ນກັນ.
ນອກຈາກນັ້ນ ສະຖານທູຕ ສະຫະຣັຖ ຍັງກຳລັງ ຮັບຄຳຮ້ອງ ສຳຣັບທຶນ ການສຶກສາ ໄປຮຽນຕໍ່ຢູ່ ສະຫະຣັຖ ໃນຣະດັບ ປຣິນຍາເອກ ໃນວິຊາ ວິທຍາສາດ ແລະ ເທັກໂນໂລຈີ ທຶນການ ສຶກສາ Fulbright ສາຂານີ້ ຈະເລິ້ມແຕ່ ປີ 2013 ຈົນເຖິງປີ 2016. ຜູ້ໄດ້ຮັບທຶນ ຈະໄດ້ໄປ ຮຽນຕໍ່ໃນ ສະຖາບັນ ການສຶກສາ ຊື່ດັ່ງ ຂອງ ສະຫະຣັຖ.
ໂຄງການ ໃຫ້ທຶນ ການສຶກສາ Fulbright ຕັ້ງຂື້ນເມື່ອ ປີ 1946 ເພື່ອສ້າງຄວາມ ເຂົ້າອົກ ເຂົ້າໃຈ ຊຶ່ງກັນ ແລະກັນ ຣະຫວ່າງ ປະຊາຊົນ ອະເມຣິກັນ ແລະ ປະເທດອື່ນໆ ໃນໂລກ ໂດຍຜ່ານການ ແລກປ່ຽນຄົນ ຄວາມຮູ້ ແລະ ຄວາມຊຳນິ ຊຳນານ ຕ່າງໆ. ໂຄງການທຶນ ການສຶກສາ Fulbright ຈະໃຫ້ທຶນ ເພື່ອໄປສຶກສາ ຕໍ່ຢູ່ ສະຫະຣັຖ ໃນເກືອບ ທຸກດ້ານ ນອກຈາກດ້ານ ການແພດ.