ທະຫານລາວຮຽນຮູ້ ພາສາອັງກລິສ
2012.10.09

ການສອນ ພາສາອັງກລິສ ເທື່ອນີ້ ເປັນຄັ້ງທີສອງ ທີ່ສະຖາບັນ ພາສາອັງກລິສ ຂອງ Lackland Airforce Base, Texas ໄດ້ເປີດສອນ ໃນລາວ. ການຮຽນ ການສອນ ພາສາ ອັງກລິສ ເປັນພາກສ່ວນ ຂອງການສົ່ງເສີມ ວິຊາພາສາ ອັງກລິສ ໃຫ້ກອງທັບ ປະຊາຊົນ ລາວ.
ພິທີມອບ ປະກາດ ຊະນີຍະບັດ ຫລັງຈາກ ຈົບຫລັກສູດ ມີຂຶ້ນຕັ້ງແຕ່ ວັນທີ 28 ກັນຍາ 2012 ຊຶ່ງມີນາຍ ທະຫານ ຈາກກອງທັບ ປະຊາຊົນລາວ ທີ່ຮຽນສໍາເຣັດ ພ້ອມທັງ ເຈົ້າໜ້າທີ່ ທັງລາວ ແລະ ສະຫະຣັຖ ຫລາຍຄົນ ເຂົ້າຮ່ວມ.
ໃນຈໍານວນ ຜູ້ທີ່ໄດ້ຮັບ ໃບປະກາດ ຊະນີຍະບັດ ທະຫານ 4 ຄົນ ທີ່ຈົບຫລັກສູດ ຈະໄປເປັນ ນາຍຄຣູສອນ ພາສາອັງກລິສ ໃຫ້ເພື່ອນນັກຮຽນ ຜູ້ອື່ນ ອີກຕໍ່ໄປ ຊຶ່ງທາງ ສະຖານທູຕ ສະຫະຮັຖ ປະຈໍາລາວ ແລະ ສະຖາບັນ ພາສາອັງກລິສ Lackland ຈະສືບຕໍ່ ຊ່ວຍເຫລືອ ອຸປກອນ ໃນການສອນ ພາສາອັງກລິສ ຢູ່ຕໍ່ໄປ.
ສ່ວນສະຖາບັນ ພາສາອັງກລິສ ຂອງ Lackland Airforce Base, Texas ແລະ ສະຖານທູຕ ສະຫະຮັຖ ປະຈໍາລາວ ກໍຍັງຈະສືບຕໍ່ ສອນພາສາ ອັງກລິສ ໃຫ້ກອງທັບ ປະຊາຊົນລາວ ອີກຕໍ່ໄປ.