ອັດຕະປືຕຣຽມຮັບມື ພັຍທັມມະຊາຕ

ຣັຖບານ ສະຫະຣັຖ ໃຫ້ການ ຊ່ອຍເຫລືອ ແຂວງ ອັດຕະປື ໃນການ ກະຕຣຽມ ຮັບມື ກັບ ພັຍ ທັມມະຊາດ.
ສິດນີ
2012.02.22
F-attapeu-us-embassy ຍານາງ ແຄເຣນ ສະຈ໊ວດ ເອກອັຄຣາຊທູຕ ສະຫະຣັດ ປະຈໍາລາວ ກໍາລັງເບີ່ງ ຊາວບ້ານ ໃນແຂວງ ອັດຕະປື ທົດລອງ ໃຊ້ເຄື່ອງ ກະຈາຍສຽງ ປະກາດ ປ່າວເຕືອນພັຍ.
us_embassy.org

ກົດຟັງສຽງ

ສະຫະຣັຖ ໄດ້ ອະນຸມັດ ການຊ່ອຍເຫລືອ ທາງດ້ານ ອຸປກອນ ໃນມູລຄ່າ ປະມານ 60 ພັນ ໂດລ້າ ເພື່ອຕຣຽມພ້ອມ ຮັບມືກັບ ພັຍ ທັມມະຊາດ ນ້ຳຖ້ວມ ແລະ ລົມພະຍຸ ທີ່ອາດຈະເກີດ ຂື້ນອີກໃຫມ່ ໃຫ້ແກ່ ແຂວງ ອັດຕະປື.

ອຸປກອນ ການຕຣຽມພ້ອມ ດັ່ງກ່າວ ທີ່ທາງການ ສະຫະຣັຖ ໄດ້ມອບໃຫ້ ກໍມີເຮືອຈັກ  ເສື້ອຊູຊີບ ເຄື່ອງຊູຊີບ ຫມໍ້ປັ່ນໄຟຟ້າ ເຄື່ອງ ກະຈາຍສຽງ ແລະ ເຄື່ອງມືຕ່າງໆ ທີ່ໃຊ້ໃນການ ເຕືອນພັຍ ແລະ ປົກປ້ອງ ປະຊາຊົນ ໃນຍາມເກີດ ພັຍພິບັດ ທັມມະຊາດ ປະເພດຕ່າງໆ.

ຍານາງ ຄາເຣນ ສະຈ໊ວດ ເອກອັຄຣາຊທູດ ສະຫະຣັຖ ປະຈຳລາວ ເປັນຜູ້ມອບ ສີ່ງຂອງ ດັ່ງກ່າວ ໃຫ້ແກ່ຕົວແທນ ຂອງເມືອງ ສນາມໄຊ ແລະ ເມືອງສານໄຊ ໃນພິທີມອບ ໃນມື້ວັນທີ 16 ກຸມພາ ຜ່ານມານີ້ ຊື່ງມີ ຝ່າຍລາວ ທ່ານ ຄຳພອນ ສໍເມືອງງາມ ຫົວຫນ້າ ຫ້ອງການ ສືກສາທິການ ປະຈຳແຂວງ ດຣ ບຸນເພັງ ພິລາວົງ ຮອງ ອະທິບໍດີ ກະຊວງ ສາທາຣະນະສຸກ ຮ່ວມດ້ວຍ ຕົວແທນຈາກ ສະພາກາແດງ ສປປລາວ ຝຣັ່ງເສດ ແລະ ອົງການ UNICEF ປະຈຳລາວ ປະກອບດ້ວຍ ສະມາຊິກ ຫນ່ວຍກູ້ພັຍ ໃນເຂດ ທ້ອງຖີ່ນ.

ທາງການ ສະຫະຣັຖ ເລີ້ມໃຫ້ການ ຊ່ອຍເຫລືອ ແຂວງ ອັດຕະປື ຍ້ອນຜົລ ກະທົບ ຈາກພັຍ ທັມມະຊາດ ໃນປີ 2009 ຫລັງຈາກທີ່ ແຂວງດັ່ງກ່າວ ຖືກຖລົ່ມຈາກ ລົມພະຍຸ ເກສນາ ໂດຍຜ່ານ ອົງການ UNICEF ເພື່ອໃຫ້ ປະຊາຊົນ ສາມາດ ເຂົ້າເຖິງ ແຫລ່ງນ້ຳ ສະອາດ ແລະ ສຸຂອະນາມັຍ ທີ່ດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Feb 23, 2012 01:45 AM

ປ້ອງກັນກ່ອນເຫດເກີດ ເປັນການຊ່ວຍເຫລືອແທດເມາະກັບສະພາບ ຄວາມເປັນຈິງພວກໄດ້ຮັບການຊ່ວຍເຫລືອກໍ່ໄດ້ບຸນ ຜູ້ໃຫ້ການຊ່ວຍເຫລືອກໍ່ໄດ້ຮັບຄຸນ.ຂໍສະແດງຄວາມດີໃຈນຳທັງ ສອງກ້ຳສອງຝ່າຍເປັນຢ່າງຍິ່ງ ມາພ້ອມນີ້ດ້ວຍ.

Anonymous
Feb 22, 2012 05:10 PM

ເປັນໂຊກດີຂອງຊາວແຂວງອັດຕະປື ທີ່ໄດ້ຮັບການຊ່ວຍເຫລືອຈາກທາງການຂອງສະຫະລັດ ໃນການຕຽມພ້ອມປ້ອງກັນໄພທັມມະຊາຕ.ການໃຫ້ຄວາມອະນຸເຄາະໃນຄັ້ງນີ້ຫລືຄັ້ງໄດໆກໍ່ຕາມ ແມ່ນທາງການສະຫະລັດມອງບັນຫາໄດ້ຖືກຕ້ອງ ຄືຊ່ວຍເຫລືອເຖິງຈຸດ ແລະໃຊ້ວິທີປ້ອງກັນກ່ອນຈະມີການແກ້ໄຂ ແມ່ນເມາະສົມແທ້ໆ.