ທູຕສະຫະຣັຖໃນລາວ ປະກາດໃຫ້ທຶນສຶກສາ
2012.02.03
ກົດຟັງສຽງ
ກະຊວງ ສຶກສາ ທິກາຣລາວ ໂດຽກາຣ ຮ່ວມມືຂອງ ທາງ ສະຖານທູຕ ສະຫະຣັຖ ປະຈໍາ ນະຄອນຫລວງ ວຽງຈັນ ໄດ້ປະກາສ ໃຫ້ທຶນ ຊ່ວຍເຫລືອ ແກ່ນັກສຶກສາ ແລະ ພະນັກງານ ລາວ ເພື່ອໄປຮຽນ ຢູ່ ສະຫະຣັຖ ອະເມຣິກາ ຕື່ມອີກ ໃນໂຄງກາຣ Fullbright ແລະ Humphrey ສຳຫລັບ ສົກປີ 2013-2015 ແລະ ຢາກໃຫ້ ທາງເຈົ້າໜ້າທີ່ ພະນັກງານ ພັກ-ຣັຖ ແລະພາກສ່ວນ ເອກຊົນ ທັງຍີງ-ຊາຍ ບັນດາເຜົ່າ ໃນ ນະຄອນຫລວງ ວຽງຈັນ ແລະ ເຂຕແຂວງນອກ ກໍສາມາຖ ສອບຖາມ ຣາຍລະອຽດ ໄດ້.
ສໍາລັບທຶນ ກາຣສຶກສາ ຟູລໄບຼຕ໌ Fullbright ນັ້ນ ເປັນທຶນຮຽນ ຣະດັບ ປຣິນຍາໂທ ຫລື Master's Degree ໃນສົກປີ ສຶກສາ 2013-2015 ທີ່ຈະເຣີ່ມ ແຕ່ເດືອນ ກໍຣະກະດາ 2013 ເດືອນ ມີຖຸນາ 2015 ແລະ ນອກຈາກ ທຶນຮຽນ ຣະດັບ ປຣິນຍາໂທ ດັ່ງກ່າວ ນີ້ແລ້ວ ທາງກາຣ ຟູລໄບຼຕ໌ ຍັງຈະໃຫ້ ທຶນ ສຳລັບຮຽນ ໃນຣະດັບ ປຣິນຍາ ເອກ ຫລື PhD ໃນແຂນງ ວິທຍາສາຕ ແລະ ເທຄໂນໂລຈີ ນຳອີກ ທີ່ຈະເຣີ່ມ ແຕ່ ສົກສຶກສາ 2013 – 2016 ເພື່ອເຂົ້າຮຽນ ໃນສະຖາບັນ ທີ່ມີຊື່ສຽງ ແຫ່ງໃດ ແຫ່ງໜຶ່ງ ຂອງ ສະຫະຣັຖ.
ສະເພາະ Humphrey Fellowships ນັ້ນ ແມ່ນສຳຫລັບ ກາຣຝຶກ ອົບຮົມ ໃຫ້ແກ່ບັນດາ ເຈົ້າໜ້າທີ່ ພນັກງານ ຂັ້ນກາງ ຂອງ ພາຄຣັຖ ແລະ ເອກຊົນ ເຊັ່ນດຽວກັບ ເຈົ້າໜ້າທີ່ຈາກ ປະເທສອື່ນໆ ທີ່ກຳລັງມີ ກາຣພັທນາ ເປັນເວລາ ທັງໝົດ 10 ເດືອນ ແຕ່ກໍຈະ ບໍ່ມີກາຣໃຫ້ ປຣິນຍາບັຕ ແຕ່ຢ່າງໃດ.
ອີງຕາມກາຣ ປະກາສ ດັ່ງກ່າວ ຜູ້ທີ່ມີສິທ ເຂົ້າສະມັກ ໄດ້ນັ້ນ ຈະຕ້ອງເປັນ ສັນຊາຕລາວ ອາຍຸ ບໍ່ເກີນ 40 ປີ ແລະ ສາມາຖ ສອບຖາມ ຣາຍລະອຽດ ໄດ້ຢູ່ໃນ ເວັບໄຊຕ໌ ຂອງ ສະຖານທູຕ ສະຫະຣັຖ ປະຈຳລາວ.