ຄະດີໂຄ່ນລົ້ມ ຍົກເລີກແລ້ວ
2011.01.11
ກົດຟັງສຽງ
ໃນມື້ວັນຈັນ ທີ 10 ມົກກະຣານີ້ ໄອຍະການ ຣັຖບານກາງ ສະຫະຣັຖ ໄດ້ຍົກເລີກ ຄະດີ ການກ່າວຫາ 12 ຄົນ ທີ່ຍັງຄົງຄ້າງ ທັງໝົດ ກ່ຽວກັບ ການວາງແຜນ ໂຄ່ນລົ້ມ ຣັຖບານ ຄອມມິວນິສລາວ, ຊຶ່ງການຍົກເລີກ ດັ່ງກ່າວ ໄດ້ສິ້ນສຸດຄະດີ ຣະດັບໂລກ ທີ່ໄດ້ດໍາເນີນ ມາເປັນເວລາ 3 ປີເຄິ່ງ.
ອີງຕາມ ເອກສານ ທາງກົດໝາຍ ທີ່ໄດ້ຍື່ນ ຕໍ່ສານທ້ອງຖິ່ນ ສະຫະຣັຖ ໃນເມືອງ ຊາກຣາມັນໂຕ, ຊຶ່ງແຫລ່ງຂ່າວ ເອ ພີ ໄດ້ຮັບນັ້ນ, ການດໍາເນີນຄະດີ ສະມາຊິກ ຊຸມຊົນຊາວ ເຜົ່າມົ້ງ 11 ຄົນ ໃນຣັຖ ແຄລີຟໍເນັຍ ແລະ ອະດີດ ທະຫານ ສະຫະຣັຖ ຖືກຍົກເລີກ ຢ່າງຖືກຕ້ອງ, ພາຍຫລັງ ທີ່ນາພົນ ວັງປາວ ໄດ້ເຖິງແກ່ກັມ ເມື່ອສັປດາ ຜ່ານມາ.
ທ່ານ ບະລົງ ຊີອົງ, ເຈົ້າໜ້າທີ່ ຣັຖບານທ້ອງຖິ່ນ ເວົ້າວ່າ ຣັຖບານ ສະຫະຣັຖ ຄວນຍົກເລີກ ຄະດີ ດັ່ງກ່າວ ມາແຕ່ດົນແລ້ວ. ພວກທ່ານ ດີໃຈ ທີ່ຄະດີດັ່ງກ່າວ ສິ້ນສຸດໄປ. ຄວາມໝົ່ນມອງ ໃນຊຸມຊົນ ກໍຈາງຫາຍໄປ, ຊຶ່ງຈະເປີດໂອກາດ ໃຫ້ຊຸມຊົນເຜົ່າມົ້ງ ໄດ້ໄວ້ອາລັຍ ໃນການຈາກໄປ ຂອງທ່ານ ນາຍພົນ.
ທ່ານ ເບັນຈາມິນ ເວກເນີ, ທະນາຍຄວາມ ຣັຖບານ ສະຫະຣັຖ ເວົ້າວ່າ ພາຍຫລັງ ທີ່ໄອຍະການ ໄດ້ປະເມີນຄະດີ ຄືນໃໝ່, ຈາກນັ້ນ ໄດ້ຕັດສິນໃຈວ່າ ພາຍໃຕ້ ສະຖານະການ ທີ່ເກີດຂື້ນ ຄະດີດັ່ງກ່າວ ບໍ່ເປັນທີ່ໜ້າສົນໃຈ ຂອງຣັຖບານ ທີ່ຈະສືບຕໍ່ ດໍາເນີນຄະດີ ຕໍ່ໄປ. ຍານາງ ລໍຣາ ຮໍວູດ, ໂຄສົກ ຂອງທ່ານ ເວກເນີ ເວົ້າວ່າ ການຕັດສິນໃຈ ຍົກເລີກ ການດໍາເນີນຄະດີ ມີຂຶ້ນ ໂດຍການຮ່ວມມື ກັບ ຫ້ອງການ ຄວາມໝັ້ນຄົງ ແຫ່ງຊາດ ຂອງ ກະຊວງຍຸຕິທັມ ສະຫະຣັຖ.