ສະຫະຣັຖສນັບສນູນ ລາວເຣື່ອງການຄ້າໂລກ
2012.03.19

ກົດຟັງສຽງ
ເຈົ້າຫນ້າທີ່ ລາວ ແລະ ສະຫະຣັຖ ໄດ້ຕົກລົງກັນ ກ່ຽວກັບ ບັນຫາ ດັ່ງກ່າວ ໃນວັນທີ 14 ເດືອນ ມີນາ ທີ່ສະຫະຣັຖ ໃຫ້ການ ສນັບສນູນ ລາວ ໃນການອອກສຽງ ເພື່ອໃຫ້ລາວ ໄດ້ເຂົ້າເປັນ ສະມາຊິກ ອົງການ ການຄ້າໂລກ ໄດ້ງ່າຍຂື້ນ. ການເປັນ ສະມາຊິກ ອົງການ ການຄ້າໂລກ ໄດ້ຈະເຮັດໃຫ້ ສປປລາວ ສາມາດເຂົ້າເຖິງ ຕລາດການຄ້າໂລກ ແລະ ສາມາດ ດຶງດູດ ນັກລົງທືນ ຈາກ ຕ່າງປະເທດ ຫລາຍຂື້ນ.
ຂໍ້ຕົກລົງ ດັ່ງກ່າວ ໄດ້ລົງນາມກັນ ທີ່ນະຄອນ ເຈເນວາ ປະເທດ ສວິສແລນ ນອກ ກອງປະຊຸມ ຄັ້ງທີ່ 8 ຂອງຄນະ ກັມມະການ ກະຕຽມ ແລະຫ້າງຫາ ອົງການ ການຄ້າໂລກ ຊື່ງມີທ່ານ ນາມ ວິຍາເກດ ຣັຖມົນຕຣີ ກະຊວງ ອຸດສາຫະກັມ ການຄ້າ ສປປລາວ ເປັນຜູ້ນຳ ຄນະຝ່າຍລາວ ໄປຮ່ວມປະຊຸມ.
ອິງຕາມ ຖແລງການ ຈາກກະຊວງ ອຸດສາຫະກັມ ການຄ້າ ສປປລາວ ກອງປະຊຸມ ດ່ັງກ່າວ ມີຕົວແທນຈາກ 70 ປະເທດ ເຂົ້າຮ່ວມ ທີ່ເປັນປະທານ ໂດຍຕົວແທນ ຈາກຈີນ. ໃນນັ້ນ ຕົວແທນຈາກ 18 ປະເທດ ໄດ້ຮຽກຮ້ອງ ປະເທດ ສະມາຊິກ ໃຫ້ເອົາ ສປປລາວ ເຂົ້າເປັນ ສະມາຊິກ ອົງການ ການຄ້າໂລກ.