ທູຕສະຫະຣັດຢ້ຽມຢາມ ໜ່ວຍກູ້ຣະເບີດທີ່ເຊກອງ

ໃນ ວັນທີ 17 ພຶສຈິກາ 2011, ເອກອັຄຣາຊທູຕ ສະຫະຣັດ ອະເມຣິກາ ປະຈໍາລາວ ໄດ້ເດີນທາງ ໄປຍັງເຂດ ຊົນນະບົດ ແຂວງ ເຊກອງ ເພື່ອ ຕິດຕາມ ເບິ່ງ ໂຄງການ ເກັບກູ້ ບໍ່ທັນແຕກ ທີ່ທາງ ສະຫະຣັດ ອະເມຣິກາ ໄດ້ມອບທຶນ ຊ່ວຍເຫຼືອ ໃຫ້ນັ້ນ ວ່າມີຄວາມ ຄືບໜ້າ ຢ່າງໃດແດ່.
ສົມເນ
2011.11.18
F-us-ambssador-uxo ມາດາມ Karen Stewart ເອກອັຄຣາຊທູຕ ສະຫະຣັດ ອະເມຣິກາ ໄປຢ້ຽມຢາມ ບ້ານ ກອງຕະຢຸນ ເມືອງທ່າແຕງ ຂ.ເຊກອງ. ວັນທີ 17 ພຶສຈິກາ 2011
lao.usembassy.org

ກົດຟັງສຽງ

ຕາມກະແສຂ່າວ ທາງ ເວັບໄຊທ໌ ຂອງ ສະຖານທູຕ ສະຫະຣັດ ອະເມຣິກາ ປະຈໍາ ນະຄອນຫຼວງ ວຽງຈັນ ສປປລາວ.

ມາດາມ Karen Stewart ເອກອັຄຣາຊທູຕ ສະຫະຣັດ ໄດ້ເດີນທາງ ໄປຢ້ຽມຢາມ ບ້ານ ກອງຕະຢຸນ ເມືອງທ່າແຕງ ຂ.ເຊກອງ ບ່ອນທີ່ ທາງອົງການ ຊ່ວຍເຫລືອ ປະເທດ ນໍເວ ໄດ້ດໍາເນີນ ການເກັບ ກູ້ລະເບີດ ໂດຍເງິນທຶນ ຊ່ວຍເຫລືອ ຈາກ ຣັຖບານ ສະຫະຣັດ ອະເມຣິກາ.

ຂ.ເຊກອງ ເປັນເຂດນື່ງ ທີ່ຖືກຖິ້ມ ລະເບີດໃສ່ ຫຼາຍທີ່ສຸດ ໃນປາງ ສົງຄາມ ອິນໂດຈີນ ແລະ ຈົນຮອດ ທຸກມື້ນີ້ ຍັງມີລະເບີດ ບໍ່ທັນແຕກ ຕົກຄ້າງ ຢູ່ຢ່າງ ຫຼວງຫຼາຍ. ເຈົ້າໜ້າທີ່ ອົງການ ຊ່ວຍເຫລືອ ປະເທດ ນໍເວ ປະເມີນວ່າ ມີລູກລະເບີດ ບໍ່ທັນແຕກ ປະມານ 500-600 ລູກ ສະເພາະ ໃນເຂດ ບ້ານ ກ້ອງຕະຢຸນ ແຫ່ງດຽວ ທີ່ ຈະຕ້ອງໄດ້ ເກັບກູ້. ໃນລະຫວ່າງ ການອອກໄປ ສາລະເວ ນັ້ນ ມາດາມ stewart ໄດ້ເຫັນເຂດ  ທີ່ ລະເບີດ ຖືກກູ້ອອກແລ້ວ ແລະ ກໍໄດ້ໄປເບິ່ງ ເຂດ ທີ່ຍັງມີ ລະເບີດ ຕົກຄ້າງ ຢູ່. ໃນຕອນທ້າຍ ຂອງການ ຢ້ຽມຢາມ ນັ້ນ ມາດາມ Stewart ໄດ້ຊ່ວຍ ກົດປຸ່ມ ກົນໄກ ທໍາລາຍ ລະເບີດ ທີ່ເກັບມາ ກອງໄວ້.

ນັບແຕ່ປີ 1993 ເປັນຕົ້ນມາ ຣັຖບານ ສະຫະຣັດ ໄດ້ໃຫ້ ການຊ່ວຍເຫລືອ ທີ່ກ່ຽວຂ້ອງ ກັບການເກັບ ກູ້ລະເບີດ ໃນລາວ ຄິດເປັນ ມູລຄ່າ $59 ລ້ານ ໂດລາ ສະຫະຣັດ. ໃນປີ 2011 ນີ້ ສະຫະຣັດ ໄດ້ໃຫ້ເງິນ ຊ່ວຍເຫລືອ ລ້າ $ 5 ລ້ານ ສໍາລັບ ເກັບກູ້ ລະເບີດ ບໍ່ທັນແຕກ ຮ່ວມທັງ ການຊ່ວຍເຫລື ຜູ້ເຄາະຮ້າຍ ໃຫ້ການ ສືກສາ ກ່ຽວກັບ ຄວາມສ່ຽງ ແລະ ຊ່ວຍຊື້ ອຸປກອນ ຕ່າງໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Nov 18, 2011 03:58 PM

RFA should not use the word "help" because the bomps comme frome USA, so US grouvement has to take all this bomp to USA. Do you khow how many persons die each years?