UNODC ຊ່ວຍອອກຂ່າວ ຕ້ານການຄ້າມະນຸສ
2012.04.06

ກົດຟັງສຽງ
ໃນການໃຫ້ ສັມພາດ ໜັງສືພິມ ຊິນຫົວ ຂອງຈີນ ເມື່ອວັນພຸດ ຜ່ານມາ ທ່ານ ເລັກ ບຸນວາດ ຜູ້ຕາງໜ້າ ຫ້ອງການ ຄວບຄຸມ ຢາເສພຕິດ ແລະ ອາສຍາກັມ ສະຫະປະຊາຊາດ ປະຈໍາລາວ ເວົ້າວ່າ ທາງຫ້ອງການ ຂອງທ່ານ ໄດ້ກ່ຽວຂ້ອງນໍາ ການສືກສາ ໂຄສະນາ ຕໍ່ຕ້ານການ ຄ້າມະນຸດ ທາງວິທຍຸ ແລະ ໂທຣະທັດ ໃນລາວ ແລະ ກໍາລັງຂຍາຍ ວຽກງານ ໂຄສະນາ ໃນຫຼາຍພາສາ ຊົນເຜົ່າ. ພ້ອມກັນນັ້ນທາງ UNODC ໄດ້ ເຮັດວຽກ ຮ່ວມກັບ ຣັຖບານລາວ ເພື່ອເຮັດໃຫ້ ກົດໝາຍ ຕ້ານການ ຄ້າມະນຸສ ມີຄວາມ ເຂັ້ມແຂງຂື້ນ ທ່ານວ່າ ກົດໝາຍ ຕ້ານການ ຄ້າມະນຸດ ທີ່ເຂັ້ມແຂງ ຈະຊ່ວຍໃຫ້ ການສືບສວນ ເພື່ອນໍາເອົາ ກຸ່ມຄ້າມະນຸສ ມາລົງໂທດ ແລະ ທັງປົກປ້ອງ ຜູ້ໄດ້ຮັບ ເຄາະກັມຈາກ ການຄ້າມະນຸສ. ທ່ານວ່າ ການ ຄ້າມະນຸດ ໃນລາວ ສ່ວນຫລາຍແລ້ວ ເກີດຂື້ນກັບ ຊາວຫນຸ່ມ ທີ່ສແວງຫາ ໂອກາດ ໃນປະເທດໄທ ຈື່ງຕົກເປັນ ເຫຍື່ອຂອງ ພວກຄ້າມະນຸສ.
ໃນພູມີພາກນີ້ ປະເມີນວ່າ ຈໍານວນຄົນ ທີ່ຖືກພວກ ຄ້າມະນຸສ ຂາຍໄປ ມີລະຫ່ວາງ 450,000 ຫາ 600,000 ຄົນຕໍ່ປີ. ລາຍງານ ການສືກສາ ຂອງ ກອງທືນ ເດັກນ້ອຍ ໃນປີ 2004 ລະບຸວ່າ 60% ຂອງຜູ້ ຖືກເຄາະຮ້າຍ ຈາກການ ຄ້າມະນຸສ ໃນລາວ ເປັນແມ່ຍິງ ເດັກນ້ອຍ ແລະ ຫນຸ່ມສາວ ອາຍຸ ລະຫ່ວາງ 12 ຫາ 18 ປີ ໃນນັ້ນ 35% ຈົບລົງດ້ວຍ ການເປັນ ໂສເພນີ ຢູ່ປະເທດໄທ.
ການຄ້າມະນຸສ ສ່ວນຫລາຍ ແມ່ນຈາກລາວ ໄປປະເທດໄທ ບັນຫາ ຫຍຸ້ງຍາກ ຂອງການ ຕໍ່ຕ້ານການ ຄ້າມະນຸສ ແມ່ນວ່າ ຜູ້ໄດ້ຮັບ ເຄາະຮ້າຍ ບໍ່ຢາກມາແຈ້ງ ຕໍ່ເຈົ້າໜ້າທີ່ ທາງການໄທ ປະເມີນວ່າ ຄົນງານລາວ
ທີ່ເຮັດວຽກ ແບບຜິດ ກົດໝາຍ ຢູ່ປະເທດໄທ ມີເຖິງ 180,000 ຄົນ ໃນນັ້ນ ສ່ວນຫລາຍ ຖືກພວກ ຄ້າມະນຸສ ຫລອກໄປຂາຍ.