ກົດໝາຍທີ່ດິນລາວ ສໍາຄັນຕໍ່ປະຊາຊົນ

ຊາວລາວ ສ່ວນຫຼາຍ ເລີ້ມເຂົ້າໃຈ ແລະ ຮູ້ສຶກວ່າ ການ ຮຽນຮູ້ ກົດໝາຍ ທີ່ດິນ ມີຄວາມ ສໍາຄັນ ຖ້າບໍ່ຢາກ ຖືກ ສໍ້ໂກງ.

ອົງການເອເຊັຍ ຟາວເດຊັນ ໄດ້ຊົດຊ່ວຍ ຈັດຫາ ໃຫ້ ປະຊາຊົນ ທີ່ທຸກຍາກ ໃນທົ່ວຂົງເຂດ ເອເຊັຍ ໄດ້ມີໂອກາດ ສຶກສາ ຮຽນຮູ້ ເຣື່ອງກົດໝາຍ ໃນປະເທດ ຂອງຕົນເອງ.
ອົງການເອເຊັຍ ຟາວເດຊັນ ໄດ້ຊົດຊ່ວຍ ຈັດຫາ ໃຫ້ ປະຊາຊົນ ທີ່ທຸກຍາກ ໃນທົ່ວຂົງເຂດ ເອເຊັຍ ໄດ້ມີໂອກາດ ສຶກສາ ຮຽນຮູ້ ເຣື່ອງກົດໝາຍ ໃນປະເທດ ຂອງຕົນເອງ. (Asiafoundations)

0:00 / 0:00

ກົດຟັງສຽງ

ປັຈຈຸບັນ ທີ່ດິນ ໃນລາວ ມີຣາຄາ ສູງຂຶ້ນ ໂດຍສະເພາະ ໃນ ຕົວເມືອງ ໃຫຍ່ ແລະ ເມືອງທີ່ ກໍາລັງ ພັທນາ, ຈື່ງເຮັດໃຫ້ ເກີດບັນຫາ ຄັດແຍ່ງ ທີ່ດິນ ຂື້ນ ເປັນປະຈໍາ. ດັ່ງນັ້ນ ກົດໝາຍ ທີ່ດິນ ຈຶ່ງມີ ຄວາມສໍາຄັນ ແລະ ປະຊາຊົນ ຕ້ອງໄດ້ ຮຽນຮູ້ ເພື່ອ ປ້ອງກັນ ຜົລປໂຍດ ຕົນເອງ. ຕາມຄໍາເວົ້າ ຂອງ ຊາວ ສວັນນະເຂດ ຄົນນຶ່ງ:

"ມັນກໍມີ ຄວາມ ສໍາຄັນ ກໍບໍ່ຮູ້ ມັນກໍຕ້ອງ ຈໍາເປັນ ເພາະເຮົາໄດ້ ໃຊ້ເປັນ ຫລັກຖານ ໃນການ ປະກອບ ເອກສານ ຫຍັງຕ່າງໆ ມັນກໍຊິ ງ່າຍ ຕໍ່ການຖືກ ໂກງ ຖ້າວ່າ ເຮົາບໍ່ຮູ້ ກໍຕ້ອງ ສຶກສາຮຽນ ຖ້າເຮົາ ບໍ່ ສຶກສາ ກໍຈະຖືກ ເຂົາແກ້ງ".

ນາງກ່າວ ຕໍ່ໄປວ່າ ກ່ອນທີ່ ຈະຊື້ ທີ່ດິນ ຈໍາເປັນຕ້ອງ ຮູ້ທີ່ດິນ ຕອນນັ້ນ ວ່າເປັນ ຂອງຣັຖ ຫລື ເປັນຂອງ ເອກກະຊົນ ເພາະມີຄົນ ຂາຍດິນ ຂອງ ຣັຖ ໃນຣາຄາ ທີ່ຖືກ ໃຫ້ ປະຊາຊົນ ແລະ ບໍ່ໄດ້ ກວດກາ ເບິ່ງປວັດ ທີ່ດິນ ຕອນນັ້ນ ຢ່າງຖີ່ຖ້ວນ, ຜູ້ສເນີຂາຍ ກໍບໍ່ໄດ້ ນໍາ ໃບຕາດິນ ມາ ຢັ້ງຢືນວ່າ ຕົນເປັນ ເຈົ້າຂອງ ຫລືແນວໃດ. ພາຍລຸນມາ ກໍປາກົດ ວ່າເປັນ ພື້ນທີ່ ປ່າ ສງວນ. ມີຄົນລາວ ຄົນນຶ່ງ ທີ່ວ່າ ຕົນເອງ ບໍ່ມີຄວາມ ຮູ້ ເຣື່ອງ ກົດໝາຍ ທີ່ດິນ ແຕ່ຕົນ ຈະໄປ ກວດສອບ ສະພາບ ທີ່ດິນນັ້ນ ທີ່ ກົມຕາດິນ ເສັຽກ່ອນ ກ່ອນທີ່ຈະຕົກລົງ ຊື້:

"ກົດໝາຍ ທີ່ດິນ ບໍ່ ບໍ່ ເຮົາຄ້າຂາຍ ເຮົາບໍ່ໄດ້ຮຽນ ກ່ຽວກັບ ເຣື່ອງ ທີ່ດິນ ສົມມຸດ ວ່າເຮົາຊື້ ທີ່ດິນ ກັບ ຜູ້ອື່ນ ແບບບໍ່ ແມ່ນຍາດ ບໍ່ແມ່ນ ພີ່ນ້ອງ ເຮົາກໍຕ້ອງ ສຶກສາ ເລິ່ງກ່າອນ ກໍຕ້ອງໄປ ເບິ່ງບ່ອນ ພື້ນທີ່ ດິນ ກໍຕ້ອງໄປ ເບິ່ງຕົ້ນຕໍ ພຸ້ນເສັຽກ່ອນ.

ເວົ້າກັນວ່າ ການທີ່ຍັງ ມີປະຊາຊົນ ລາວ ຈໍານວນຫລາຍ ບໍ່ມີຄວາມ ຮູ້ຂັ້ນ ພື້ນຖານ ເຣື່ອງກົດໝາຍ ທີ່ດິນນັ້ນ ເຮັດໃຫ້ ທີ່ດິນ ກາຍເປັນ ບັນຫາ ທີ່ຊັບຊ້ອນ ແລະ ຫຍູ້ງຍາກ ທີ່ທາງ ໜ່ວຍງານ ຈະແກ້ໄຂ ໃຫ້ລຸລ່ວງ ໄດ້. ພ້ອມດຽວກັນ ກໍຍັງເປັນ ສ່ອງວ່າງ ສໍາລັບຄົນ ບໍ່ດີ ສວຍ ໂອກາດ ຫລອກລວງ ຄົນທີ່ບໍ່ຮູ້ ເພື່ອ ຜົລປະໂຫຍດ ຂອງ ຕົນເອງ.