ຣະບົບສະຖິຕິ ແຫ່ງຊາດລາວ

ຫ້ອງການ ສະຫະປະຊາຊາດ ປະຈຳ ລາວ ໄດ້ ສັລເສີນ ການໃຊ້ ສຖິຕິ ຂອງຫ້ອງການ ຣັຖບານ ໃນການ ກຳນົດ ການເຂົ້າເຖິງ ແຫລ່ງເງີນກູ້ ຂອງ ປະຊາຊົນ ທີ່ທຸກຍາກ ຜູ້ທີ່ມີດີນ ການຄ້າ ແລະ ໂຄງການ ພັທນາ ທາງດ້ານ ສັງຄົມ ປະເພດຕ່າງໆ ທີ່ຕ້ອງການ ເງີນກູ້.
ສິດນີ
2012.01.18

ກົດຟັງສຽງ

ການໃຊ້ ສັດສ່ວນ ຊັພສີນທີ່ດີນ ມາເປັນເຄຣດິທ ໃນການ ກູ້ຢືມເງີນ ຈະເຮັດໃຫ້ ປະຊາຊົນ ຜູ້ທີ່ທຸກ ຈົນສາມາດ ເຂົ້າເຖິງແຫລ່ງ ເງີນກູ້ໄດ້ ຫລາຍຂື້ນ ແລະ ກໍເປັນການ ຍົກຣະດັບ ການກູ້ຢຶມເງີນ ຂອງກຸ່ມ ນັກທຸຣະກິດ ລາຍຍ່ອຍຈາກ 30 ພັນ ຄົນໃນປີ 2010 ມາເປັນ 1 ແສນ 4 ຫມື່ນ ຄົນໃນປີ 2014.

ໃນແຜນການ ຈະມີການ ຈັດຕັ້ງ ສະຖາບັນ ການເງີນ ສຳລັບ ໃຫ້ການປຶກສາ ໃນໂຄງການຕ່າງໆ ທີ່ເປັນແຫລ່ງ ເງີນກູ້ ແລະ ເງີນບໍຣິຈາກ ຈະໃຫ້ ທະນາຄານ ກາງ ຂອງຣັຖບານ ເປັນຜູ້ ດຳເນີນງານ ຫນ່ວຍງານ ດ້ານສິນເຊື່ອ ຈະເປັນຜູ້ ບໍຣິການ ໃນການໃຫ້ ເຄຣດິທ ແກ່ຊັພສິນ ຂອງ ປະຊາຊົນ ຜູ້ທີ່ທຸກຍາກ ແລະພາກສ່ວນ ທຸຣະກິດ ການເງີນລາຍຍ່ອຍ ຈະເປັນຜູ້ ເຮັດໃຫ້ແຜນ ການກູ້ຢຶມເງີນ ຂອງ ກຸ່ມຄົນຈົນ ກາຍເປັນ ຮູປທັມ ໄດ້.

ໃນຣະຍະ ທີ່ຜ່ານມາ ສັດສ່ວນ ຊັພສິນທີ່ດີນ ໃນລາວ ບໍ່ສາມາດ ເອົາມາ ຄ້ຳປະກັນ ໃນການ ກູ້ຢຶມເງີນໄດ້ ເຮັດໃຫ້ຄົນ ທີ່ທຸກຍາກ ໃນລາວ ແຕ່ມີຊັພສິນ ທີ່ດີນນັ້ນ ບໍ່ສາມາດ ຢຶມເງີນ ມາເຮັດການຄ້າ ແລະໂຄງການ ຕ່າງໆໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.