ສປຊ ຈະປ່ຽນບົດບາດ ໃໝ່ໃນວຽດນາມ
2011.12.22
ກົດຟັງສຽງ
ຕາມການເປີດເຜີຽ ຂອງ ເຈົ້າໜ້າທີ່ ປະສານງານ ສະຫະປະຊາຊາດ ປະຈໍາ ວຽດນາມ ຍານາງ ປຣະທີບ ເມດຕາ. ຍານາງ ປຣະທີບວ່າ ຕາມແຜນ ຍຸທສາດໃໝ່ ຊື່ວ່າ ແຜນການລິເລີ້ມ ອັນດຽວ ສະຫະປະຊາຊາດ.
ສະຫະປະຊາຊາດ ເຫັນວ່າ ວຽດນາມ ມີຖານະ ເປັນປະເທດ ທີ່ມີລາຍໄດ້ ປານກາງ ແລະ ຈະສຸມໃສ່ 3 ບັນຫາໃຫ່ຽໆ ໃນນັ້ນກໍມີ ການເຕີບໃຫ່ຽ ຂອງ ເສຖກິດ ແລະ ການປ່ຽນແປງ ດິນຟ້າອາກາດ, ຄຸນນະພາບ ຂອງ ພາກສ່ວນ ບໍຣິການຕ່າງໆ ການປົກຄອງ ແລະ ການເຂົ້າຮ່ວມ.
ຕາມແຜນການ ໃໝ່ນີ້ ຈະອານຸຍາດ ໃຫ້ຫ້ອງການ ສະຫະປະຊາຊາດ 16 ຫ້ອງການ ໃນວຽດນາມ ດໍາເນີນ ກິຈກັມ ຂອງຕົນ ໃຫ້ມີ ປະສິດທິພາບ ຂື້ນ ແລະ ປຍັດມັທຍັດ ໂດຍຖືເອົາ ວຽກງານເຮັດໃຫ້ ການປົກຄອງ ມີຄວາມເຂັ້ມແຂງ ເປັນວຽກງານ ອັນດັບນື່ງ ແລະຊຸກຍູ້ໃຫ້ ມີການ ປະຕິຮູບ ການປົກຄອງ.
ວຽດນາມ ເປັນນື່ງໃນ ຈໍານວນ 9 ປະເທດ ໃນໂລກທີ່ ຮັບເອົາ ແຜນການລິເລີ້ມ ສະຫະປະຊາຊາດ ອັນດຽວ ຊື່ງເປັນ ຄວາມພຍາຍາມ ຂອງ ສະຫະປຊາຊາດ ໃນການປັບປຸງ ຄວາມເປັນ ເອກກະພາບ ຂອງການ ປະຕິບັດງານ ຂອງ ຫ້ອງການ ຕ່າງໆ ຂອງ ສະຫະປຊາຊາດ ໃນ ວຽດນາມ.