ການຊ່ວຍເຫຼືອສຸຂພາບ ແມ່ແລະເດັກໃນລາວ

ສະຫະປະຊາຊາດ ຊ່ວຍປັບປຸງ ຣະບົບ ການຮັກສາ ສຸຂພາບໃຫ້ແກ່ ຜູ້ຍິງແລະ ເດັກນ້ອຍ ໃຫ້ດີຂື້ນ ຢູ່ສປປລາວ.
ອະວາຣີ
2012.01.30
F-children-from-world-vision ເດັກນ້ອຍທີ່ອອກ ໃນໂຮງໝໍ ມີຄວາມປອດໄພ ແລະເຕີບໃຫຍ່ ມີສຸຂພາບ ເຂັ້ມແຂງ ທັງແມ່ແລະເດັກ ຊື່ງແຕກຕ່າງຈາກ ແມ່ແລະເດັກ ໃນເຂດ ຊົນນະບົດ ຫ່າງໄກສອກຫຼີກ
wold-vision-children

ກົດຟັງສຽງ

ກອງທຶນ ເພື່ອພົລເມືອງ ຂອງ ສະຫະ ປະຊາຊາດ ມີແຜນ ຈະຊ່ວຍຫລຸດຜ່ອນ ອັດຕຣາ ການເສັຍຊີວິດ ຂອງແມ່ແລະເດັກ ຢູ່ສປປ ລາວ ບໍ່ທໍ່ນັ້ນ ກອງທຶນເພື່ອ ພົລເມືອງ ຍັງຈະຊ່ວຍ ຝຶກອົບຮົມ ພວກ ເຍົາວະຊົນ ແລະ ຍຸວະຊົນ ໃນລາວ ໃຫ້ມີບົດບາດ ໃນສັງຄົມ ຫລາຍຂື້ນ. ອີກຢ່າງນຶ່ງ ກອງທຶນເພື່ອ ພົລເມືອງ ຂອງ ສະຫະປະຊາຊາດ ຍັງຈະຊ່ວຍ ເຈົ້າໜ້າທີ່ ທາງການລາວ ເພື່ອສຳຣວດ ພົລເມືອງລາວ ພາຍໃນ ປີ 2014.

ດຣ. Esther Muia ຜູ້ຕາງໜ້າ ກອງທຶນ ເພື່ອ ພົລເມືອງ ສະຫະປະຊາດ ຕົກລົງໃຫ້ ການຊ່ວຍເຫລືອ ເຫລົ່ານີ້ແກ່ ສປປລາວ ໃນເວລາ ທ່ານພົບ ປະຫາລືກັບ ຍານາງ ປານີ ຍາທໍ່ຕູ້ ປະທານ ສະພາ ແຫ່ງຊາດ ລາວ ເມື່ອສັປດາ ທີ່ຜ່ານມາ. ໃນໂອກາດນີ້ ຍານາງ ປານີ ຍາທໍ່ຕູ້ ໄດ້ກ່າວຂອບໃຈ ກອງທຶນ ພົລເມືອງ ຂອງ ສະຫະ ປະຊາຊາດ ທີ່ໄດ້ໃຫ້ ການຊ່ວຍເຫລືອ ແກ່ສປປລາວ ຕລອດມາ ແລະ ທີ່ຈະໃຫ້ ການຊ່ວຍ ເຫລືອ ຕື່ມອີກ ໃນອານາຄົດ.

ສປປລາວ ເປັນປະເທດນຶ່ງ ທີ່ຍັງມີ ອັຕຣາ ການເສັຍ ຊີວິດຂອງ ແມ່ແລະເດັກ ສູງທີ່ສຸດ ປະເທດນຶ່ງ ໃນເອເຊັຍ ຣັຖບານລາວ ໄດ້ຮ່ວມມືກັບ ສະຫະ ປະຊາຊາດ ວາງເປົ້າໝາຍ ສະຫະສວັດ ໃໝ່ ວ່າຈະຫລຸດ ອັດຕຣາ ການເສັຍ ຊີວິດ ຂອງ ແມ່ແລະເດັກ ນີ້ລົງໃຫ້ໄດ້ ເຄິ່ງນຶ່ງ ພາຍໃນປີ 2015 ແຕ່ຈົນເຖິງ ປັດຈຸບັນ ປະກົດວ່າ ປະເທດລາວ ຍັງບໍ່ ສາມາດ ປະຕິບັດ ໄດ້ເຄິ່ງນຶ່ງ ຂອງເປົ້າໝາຍ ນັ້ນເລີຍ.

ອົງການ ແລະ ຣັຖບານ ຕ່າງປະເທດ ກຳລັງໃຫ້ ການຊ່ວຍເຫລືອ ແກ່ລາວ ໃນຫລາຍໆດ້ານ ເພື່ອປັບປຸງ ຣະບົບ ການຮັກສາ ສຸຂພາບ ໃຫ້ດີຂື້ນ ໂດຍສະເພາະ ສຸຂພາບ ຂອງແມ່ ແລະເດັກນ້ອຍ. ທະນາຄານ ພັທນາ ເອເຊັຍ ໃຫ້ເງິນ ຊ່ວຍເຫລືອ ຫລາຍສິບລ້ານ ດອນລ່າ ສະຫະຣັຖ ເພື່ອສ້າງ ສຸຂສາລາ ສ້າງຣະບົບ ນ້ຳສະອາດ ແລະ ຫ້ອງນໍ້າ ໃຫ້ແກ່ ຊາວລາວ ໃນເຂດ ຊົນນະບົດ ແລະ ເຂດສອກຫລີກ ຫ່າງໄກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.