ສປຊ ເລີ້ມໂຄງການຊ່ວຍ ເດັກນ້ອຍຈາກເຊື້ອເອດສ
2012.05.09

ກົດຟັງສຽງ
ຜູ້ອໍານວຍການ ໂຄງການ ຕໍ່ຕ້ານໂຣຄ AIDS ທ່ານ Michel Sidibe ໄດ້ກ່າວໃນ ຖແລງການວ່າ “ພວກເຮົາມີ ໂອກາດ ທີ່ຈະປ່ຽນແປງໂລກ ພວກເຮົາໄດ້ຮັບ ການສນັບສນູນ ຈາກຜູ້ນໍາ ຂອງໂລກ ແຕ່ເວລາ ກໍກໍາລັງ ເຕັ້ນໄປ ແລະ ພວກເຮົາ ບໍ່ສາມາດ ເລີ້ມຈາກ 390,000 ໄປຫາ 0 ໄດ້ ໂດຍປາສຈາກ ທ່ານ”.
ອີງຕາມອົງການ UNAIDS ເດັກນ້ອຍປະມານ 390,000 ຄົນຕິດເຊື້ອ HIV ທຸກໆປີ ແລະ ມີແມ່ຍິງຮອດ 42,000 ຄົນ ທີ່ໃຊ້ຊີວິດ ຢູ່ກັບເຊື້ອ HIV ເສັຍຊີວິດ ຈາກເຊື້ອວາຍຣັສ ແລະ ການຕັ້ງທ້ອງ ໃນແຕ່ລະປີ ຄໍາຂວັນ “ເຊື່ອແລ້ວ ຕ້ອງເຮັດ” ຫລື “Believe it. Do it” ແມ່ນແຜນ ປະຕິບັດງານ ໃນທົ່ວໂລກ ທີ່ໄດ້ຖືກ ຮັບຮອງເອົາ ໃນກອງປະຊຸມ ຣະດັບສູງ ກ່ຽວກັບໂຣຄ AIDS ຂອງ ສະຫະປະຊາຊາດ ຊຶ່ງ ຜູ້ນໍາຂອງ ໂລກ ໄດ້ຕົກລົງ ທີ່ຈະຍຸຕິ ບໍ່ໃຫ້ເດັກນ້ອຍ ຕິດເຊື້ອ HIV ໄດ້ອີກພາຍໃນ ປີ 2015.
ແຜນປະຕິບັດງານ ເນັ້ນໃສ່ ຈຸດປະສົງ ຫລັກ 3 ຢ່າງຄື 1- ປູກຈິດສໍານຶກ ໃນການຍຸຕິ ບໍ່ໃຫ້ເດັກນ້ອຍ ຕິດເຊື້ອ HIV ໄດ້ອີກ 2- ສົ່ງຂໍ້ມູນ ຂ່າວສານ ກ່ຽວກັບປະເດັນ ແລະ ການກະທໍາ ທີ່ຄົນຈະ ປະຕິບັດໄດ້ ແລະ 3- ພັທນາການ ສນັບສນູນ ຈາກຊຸມຊົນ ໃຫ້ແກ່ແມ່ ໂດຍຜ່ານ ອົງກອນຕ່າງໆ ທີ່ພົວພັນກັບ ຄອບຄົວ.