ສປຊແລະອິນເທວລ໌ ຮ່ວມຊ່ວຍເຫຼືອແມ່ແລະເດັກ

ສະຫະປະຊາຊາດ ແລະ ບໍຣິສັດ Intel ຈະຮ່ວມມື ຝຶກອົບຮົມ ພະນັກງານ ການແພດ ເພື່ອຊ່ວຍ ຫລຸດຜ່ອນ ການຕາຍ ຂອງ ແມ່ແລະເດັກ ໃນປະເທດ ທຸກຍາກ.
ອະວາຣີ
2012.01.31

ກົດຟັງສຽງ

ໃນໂຄງການ ຮ່ວມມື ນັ້ນ ກອງທຶນ ເພື່ອ ພົລເມືອງ ຂອງ ສະຫະປະຊາຊາດ ຈະເປັນ ຜູ້ຊ່ວຍ ໃນດ້ານ ວິຊາ ການແພດ ສ່ວນບໍຣິສັດ Intel ຈະຊ່ວຍ ໃນດ້ານ ວິຊາການ ດ້ານ ເທັກໂນໂລຈີ້. ສະຫະປະຊາຊາດ ແລະ ບໍຣິສັດ Intel ມີແຜນ ຈະຝຶກອົບຮົມ ພະນັກງານ ການແພດ ໃຫ້ໄດ້ 1 ລ້ານຄົນ ພາຍໃນປີ 2015 ແລ້ວຈະສົ່ງ ໄປຊ່ວຍ ຮັກສາ ສຸຂພາບ ຂອງ ເດັກນ້ອຍ ແມ່ຍິງຖືພາ ແລະ ອອກລູກໃໝ່ ໃນປະເທດ ທີ່ທຸກ ຍາກ ໃນທົ່ວໂລກ.

ສະຫະປະຊາຊາດ ຣາຍງານວ່າ ໃນທົ່ວໂລກ ມີຜູ້ຍິງ ເສັຍຊີວິດ ເຖິງ 3 ແສນ 6 ໝື່ນຄົນ ໃນເວລາ ທີ່ຖືພາ ຫລື ຕອນອອກລູກ ຍ້ອນບໍ່ໄດ້ ຮັບການຮັກ ສຸຂພາບ ເດັກນ້ອຍກວ່າ 2 ລ້ານຄົນ ເສັຍຊີວິດ ໃນເວລາ ອອກໃໝ່ໆ ບໍ່ເຖິງ 24 ຊົ່ວໂມງ ຍ້ອນສາເຫດ ດຽວກັນ.

ທາງເວັບໄຊຕ໌ ຂອງກອງທຶນ ພົລເມືອງ ສະຫະປະຊາຊາດ ແຈ້ງວ່າ ສປປລາວ ຍັງເປັນ ປະເທດນຶ່ງ ທີ່ມີ ອັດຕຣາ ການຕາຍ ຂອງ ແມ່ແລະເດັກ ຫຼາຍຢູ່ ອັດຕຣາ ການຕາຍ ຂອງແມ່ຍິງ ເລີ້ມຖືພາ ທ້ອງຍັງອ່ອນ ຍັງສູງເຖິງ 500 ຄົນ ຕໍ່ຜູ້ຍິງ 1 ແສນຄົນ ແລະອັດຕຣາ ການຕາຍ ຂອງເດັກນ້ອຍ ທີ່ມີອາຍຸ ຕ່ຳກວ່າຫ້າປີ ຍັງສູງເຖິງ 58 ຄົນ ຕໍ່ເດັກນ້ອຍ 1 ພັນຄົນ.

ຣັຖບານລາວ ແລະ ສະຫະປະຊາຊາດ ໄດ້ຮ່ວມກັນ ຕັ້ງເປົ້າໝາຍ ໄວ້ວ່າ ຈະຫລຸດ ອັດຕຣາ ການຕາຍ ນີ້ລົງໃຫ້ໄດ້ ເຄິ່ງນຶ່ງ ພາຍໃນປີ 2015 ແຕ່ປີນີ້ ກໍແມ່ນ ປີ 2012 ຕ່າງກໍວິຕົກ ກັງວົນ ຢ້ານ ປະຕິບັດ ບໍ່ໄດ້ ຕາມຄາດໝາຍ ທີ່ ວາງອອກນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.