ກຸ່ມຄົນທີ່ໄຮ້ສັນຊາດ ຄວນໄດ້ຮັບການຊ່ວຍເຫຼືອ

ເຈົ້າໜ້າທີ່ ອົງການ ສະຫະ ປະຊາຊາດ ດ້ານຜູ້ ອົພຍົບ UNHCR ຮຽກຮ້ອງ ໃຫ້ ປະເທດຕ່າງໆ ໃຫ້ການ ຊ່ວຍເຫລືອ ແກ່ກຸ່ມຄົນ ໄຮ້ ສັນຊາດ ທີ່ມີເຖິງ 12 ລ້ານຄົນ ໃນທົ່ວໂລກ ຊຶ່ງຖືກ ປະຕິເສດ ສິດທິ ພື້ນຖານ ຕ່າງໆ ຂອງ ຄວາມເປັນ ມະນຸດ.
ມະນີຈັນ
2011.08.26

ກົດຟັງສຽງ

ໃນນັ້ນ ຮວມທັງ ສິດທິ ການເຮັດວຽກ, ມີບ່ອນຢູ່, ໄດ້ຮັບ ການສຶກສາ ແລະ ການ ບໍຣິການ ດ້ານສຸຂພາບ ນໍາດ້ວຍ. ຕາມຣາຍງານ ຂ່າວ UN News Service ເມື່ອວັນທີ 25 ສິງຫາ 2011.

ໃນຖແລງການ ສະບັບນຶ່ງ UNHCR ເວົ້າວ່າ ຄົນໄຮ້ ສັນຊາດ ອາຈບໍ່ມີສິດ ເປັນເຈົ້າຂອງ ສົມບັດ ທີ່ດິນ, ເປີດບັນຊີ ທະນາຄານ, ແຕ່ງງານ ຢ່າງຖືກ ກົດໝາຍ ຫລືຂຶ້ນ ທະບຽນ ການເກີດ ຂອງລູກ.  ຄົນໄຮ້ ສັນຊາດ ຈໍານວນນຶ່ງ ຖືກກັກຂັງ ເປັນເວລາ ດົນນານ ຍ້ອນບໍ່ ສາມາດມີ ຫລັກຖານ ຢືນຢັນ ປະເທດ ທີ່ມາ ຂອງຕົນ.

ທ່ານ Antonio Guterres ຂ້າຫລວງໃຫຍ່ UNHCR ກ່າວເປີດ ການໂຄສະນາ ເພື່ອຄົນໄຮ້ ສັນຊາດ 5 ວັນ ກ່ອນເຖິງວັນ ຄົບຮອບ 50 ປີ ສົນທິສັນຍາ ວ່າດ້ວຍ ການຫລຸດຜ່ອນ ຄົນໄຮ້ ສັນຊາດ ສະບັບປີ 1961 ນັ້ນວ່າ ຄົນໄຮ້ ສັນຊາດ ເປັນກຸ່ມ ທີ່ຕ້ອງການ ຄວາມຊ່ວຍເຫລືອ ຢ່າງຍິ່ງ ເພາະ ພວກເຂົາ ໂຊກຮ້າຍ ທາງດ້ານ ກົດໝາຍ ຊຶ່ງເຮັດ ໃຫ້ພວກເຂົາ ຈໍານວນນຶ່ງ ຖືກຫລົງ ລືມໄປ. 

ໂຕເລກ ຄົນໄຮ້ ສັນຊາດ ຂອງ UNHCR ໃນທົ່ວໂລກ ປະມານ 12 ລ້ານ ຄົນນັ້ນ ອາຈບໍ່ຄັກແນ່ ຍ້ອນການ ຣາຍງານທີ່ບໍ່ ສມໍ່າສເມີ ຊຶ່ງທາງ UNHCR ກໍພຍາຍາມ ປັບປຸງ ຣະບົບການ ຮວບຮວມ ຂໍ້ມູລ ຂອງຕົນ ຂອງຕົນຢູ່. ກຸ່ມຄົນ ທີ່ຖືກ ຕັດສິດ ໃນການມີ ສັນຊາດ ນັບແຕ່ ປະເທດ ຕົນໄດ້ ຮັບເອກຣາດ ມາ ກໍມີ ຮວມທັງ ຊາວມຸສລິມ ໂຣຮິງຢາ ທີ່ ຣັຖກະຈິນ ທາງພາກເໜືອ ຂອງ ພະມ່າ ແລະ ຊົນເຜົ່າ ທີ່ຢູ່ຕາມ ເຂດພູເຂົາ ໃນ ປະເທດໄທ ແລະ ຊົນເຜົ່າ ບິດູລ ໃນບັນດາ ປະເທດ ເຂດອ່າວ Persia ຮວມຢູ່ດ້ວຍ. ຊາວໂຣມມາ ສ່ວນໃຫຍ່ ບໍ່ມີ ສັນຊາດ ໃນປະເທດ ຕ່າງໆ ທີ່ພວກເຂົາ ອາສັຍ ຢູ່ນັ້ນ ກໍມີອີກ ຫລາຍພັນ ຄົນ ທີ່ໄຮ້ ສັນຊາດ ໃນ ປະເທດຕ່າງໆ ໃນຢູໂຣບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.