ສປຊແລະຫ້ອງການສາກົນ ຮ່ວມປາບປາມພວກຄ້າມະນຸສ
2012.04.18
ກົດຟັງສຽງ
ສະຫະປະຊາຊາດ ແລະ ຫ້ອງການສາກົນ ໃນທົ່ວໂລກ ໄດ້ຕົກລົງ ຣ່ວມມືກັນ ເອົາມາຕການ ເຂັ້ມງວດຕໍ່ຕ້ານ ການຄ້າມະນຸສ ແລະ ການລັກພາໂຕ ໂຍກຍ້າຍຄົນ ໄປຖິ່ນອື່ນ ພ້ອມທັງການ ສົ່ງເສີມເຣື່ອງ ຄວາມປອດພັຍ ຄວບຄຸມກວດກາ ໃນເຂດ ຊາຍແດນ ລະຫວ່າງ ປະເທດ ໃຫ້ຣະອຽດຂຶ້ນ.
ນອກຈາກ ການຮ່ວມມື ແລ້ວ ຂໍ້ຕົກລົງ ຣະຫວ່າງ ອົງການ ສະຫະປະຊາຊາຕ ແລະ ຫ້ອງການສາກົນ ທີ່ເຊັນກັນຢູ່ ກຸງ Vienna ຍັງຈະຊຸກຍູ້ ໃຫ້ມີການ ແລກປ່ຽນຂໍ້ມູນ ແລະ ຂຍາຍກິຈການ ຕ່າງໆຮ່ວມກັນ ອີກດ້ວຍ.
ທ່ານ Yury Fedotov ຜູ້ອໍານວຍການ ຫ້ອງການຕ້ານ ຢາເສພຕິດ ແລະ ອາສຍາກັມ ສະຫະປະຊາຊາດ ກ່າວວ່າ ອີງຕາມ ອົງການ ແຮງງານນາໆຊາດ ການຄ້າມະນຸສ ໝຸນເງິນ ປະມານ 32 ຕື້ ໂດລາ ສະຫະຣັຖ ໃນແຕ່ລະປີ ທີ່ນາບຂູ່ ປະຊາຄົມໂລກ ຢ່າງຮ້າຍແຮງ. ທ່ານກ່າວ ໃນຖແລງການ ຕໍ່ສື່ມວລຊົນວ່າ:
“ເພື່ອຫລຸດຜ່ອນ ກໍາຈັດ ແລະ ຕໍ່ສູ້ກັບ ອາສຍາກັມ ຣະດັບນີ້ ພວກເຮົາຕ້ອງ ການຄວາມ ຮ່ວມໄມ້ຮ່ວມມື ແລະການ ປະສານງານ ທີ່ເຂັ້ມແຂງ ແລະ ມີປະສິດທິພາບ ຈາກທຸກພາກສ່ວນ ທຸກຣະດັບ ເປັນຕົ້ນ ຂັ້ນທ້ອງຖິ່ນ ຂັ້ນປະເທດ ແລະ ຂັ້ນນາໆຊາດ”.
ສະຫະປະຊາຊາຕ ແລະຫ້ອງການ ສາກົນ ໄດ້ຮ່ວມມືກັນ ຢ່າງໃກ້ຊິດ ຢູ່ແລ້ວ ກ່ຽວກັບການຕ້ານ ກຸ່ມຄ້າມະນຸສ ການລັກພາໂຕ ໂຍກຍ້າຍຖິ່ນຖານ ໃນ ອະຝຣິກກາໃຕ້ ອະຝຣິກກາ ຕາເວັນຕົກ ແລະ ໂກລົມເບັຍ.