ສະຫະປະຊາຊາດ ເປັນຫ່ວງຊົນກຸ່ມນ້ອຍ

ຄນະກັມມາທິການ ສະຫະປະຊາຊາດ ດ້ານການ ລົບລ້າງ ການດູຖູກ ດູ່ຫມີ່ນ ເຊື້ຶອຊາດ ເຜົ່າພັນ ອອກຖແລງ ການເປັນຫວ່ງ ກ່ຽວກັບ ສະພາບການ ທາງດ້ານ ສິດທິມະນຸດ ຂອງຊົນ ກຸ່ມນ້ອຍ ໃນລາວ.
ສິດນີ
2012.03.16
F-lao-ethnic ສປປລາວປະກອບດ້ວຍຫລາຍຊົນຊາດຊົນເຜົ່າ
RFA

ກົດຟັງສຽງ

ຖແລງການ ດັ່ງກ່າວ ຣະບຸວ່າ ສປປລາວ ຍັງຂາດ ຂໍ້ຄວາມກ່ຽວກັບ ການປົກປ້ອງ ການດູຖູກ ດູຫມີ່ນ ເຊື້ອຊາດ ເຜົ່າພັນ ໃນກົດຫມາຍ ລາວ. ອົງການ ສະຫະປະຊາຊາດ ເປັນຫ່ວງທີ່ວ່າ ສປປລາວ ຍັງບໍ່ໄດ້ ເລີ້ມບາດກ້າວ ທ່ີ່ສຳຄັນ ທາງດ້ານ ກົດຫມາຍ ໃນການປົກປ້ອງ ສິດເສຣິພາບ ຂອງ ປະຊາຊົນ ຊາວເຜົ່າ ໃນລາວ ອົງການ ດັ່ງກ່າວ ບອກວ່າ ໃນປັດຈຸບັນ ປະຊາຊົນ ຊາວເຜົ່າ ໃນລາວ ຍັງປະສົບກັບ ການດູຖູກ ດູຫມີ່ນ ທາງດ້ານ ສາສນາ ຫລາຍຢູ່ ຈື່ງຢາກຮຽກຮອ້ງ ໃຫ້ ຣັຖບານລາວ ປົກປ້ອງ ສິດທິ ການນັບຖື ສາສນາ ຂອງພວກຂະເຈົ້າ ຢ່າງເສຣີ ປາສຈາກ ການຈັບກຸມ ແລະ ດູຖູຸກດູຫມີ່ນ ພວກຂະເຈົ້າ.

ຍານາງ Debbie Stothard ຮອງຫົວຫນ້າ ອົງການ ສິດທິ ມະນຸດສາກົນ ກ່າວວ່າ ຊົນເຜົ່າໃນລາວ ຍັງຂາດສິດທິ ພື້ນຖານ ປະເພດຕ່າງໆ ແລະ ການບໍ່ສເມີພາບ ທາງດ້ານ ກົດຫມາຍ ເປັນບັນຫາໃຫຍ່ ກ່ຽວກັບ ສະຖານະການ ທາງດ້ານ ສິດທິມະນຸດ ໃນລາວ. ທາງການລາວ ຄວບຄຸມ ສິດທິ ດັ່ງກ່າວ ຢ່າງເດັດຂາດ ປາສຈາກ ການອະນຸຍາດ ໃຫ້ກຸ່ມ ເອກຣາດ ເຂົ້າມາພົວພັນ ແລະ ເປັນປາກສຽງ ໃຫ້ແກ່ຂະເຈົ້າ.

ອົງການ ສະຫະປະຊາຊາດ ຍັງໄດ້ ຮຽກຮ້ອງໃຫ້ ເບີ່ງແຍງ ຊາວມົ້ງ ຜູ້ທີ່ໄດ້ ກັບຄືນມາ ຈາກໄທ ທີ່ຍັງຖືກ ນາບຂູ່ ຈາກຫລາຍພາກສ່ວນ ໃນລາວຢູ່ ດ້ວຍການ ສືບສວນ ພືດຕິກັມ ຄວາມວຸ້ນວາຍ ທີ່ເກີດກັບ ຊາວມົ້ງ ເພື່ອຄ້ຳປະກັນ ຄວາມປອດພັຍ ໃຫ້ແກ່ຂະເຈົ້າ ໃນເວລາ ກັບຄືນມາລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Mar 16, 2012 10:42 PM

ຂໍຂອບໃຈ,ນຳທຸກພາກສ່ວນໄນຄວາມເປັນຫ່ວງ,ຄວາມນາບຂູ່ຫລືຄວາມຂົ່ມເຫັງນິບເຕັງ ມັນກໍ່ມີມາໂດຽຕະລອດຢູ່ຄືທີ່ເປັນຂ່າວນັ້ນແລ້ວ,ຄວາມຈິງບໍ່ຫນີຈາກຄວາມຈິງໄດ້ຈັກເທື່ອດອກ,ແຕ່ລະຄົນກໍ່ຕ້ອງກັດຟັນສູ້ດ້ວຽຫວານກໍ່ຕ້ອງອົມ ຂົມກໍ່ຕ້ອງໄດ້ກືນ ວັນຍັງຄ່ຳນັ້ນແລ້ວ.