ແຜນການອະນຸຮັກ ປ່າໄມ້ໃຊ້ບໍ່ໄດ້ຜົນ
2011.01.24
ກົດຟັງສຽງ
ການທີ່ຊາວໂລກ ຈະພຍາຍາມ ຫລຸດຜ່ອນ ການທຳລາຍປ່າໄມ້ ຕ້ອງມີຫລາຍ ປະເດັນ ທີ່ຈະຕ້ອງໄດ້ ພິຈາຣະນາ ຕົວຢ່າງ ຄວາມຕ້ອງການ ພືດພັນ ທີ່ໃຊ້ໃນການຜລິດ ເຊື້ອເພີງ ຊີວະພາບ.
ການສຶກສາຄົ້ນຄວ້າ ກ່ຽວກັບ ໂຄງການ ປົກປ້ອງຮັກສາ ປ່າໄມ້ ພົບວ່າ ສະຫະປະຊາຊາດ ບໍ່ໄດ້ຮັບ ຄວາມສຳເຣັດ ເທົ່າທີຄວນ ພາຍໃນຫລາຍທົສວັດ ຜ່ານມາ. ໂຕເລກຂອງ ສະຫະປະຊາຊາດ ເປີດເຜີຍວ່າ ປ່າໄມ້ 13 ລ້ານ ເຣັກຕາ ໄດ້ຖືກທຳລາຍ ໄປທຸກໆປີ ລະຫວ່າງປີ 2000 ຫາ 2009 ຊຶ່ງຊໍ່າກັບ ພື້ນທີ່ ຂອງປະເທດ ກຣິສ.
ທ່ານ Jeremy Rayner ຊຶ່ງເປັນປະທານ ຄນະກັມມະການ ອົງການສະຫະພັນ ຄົ້ນຄວ້າສາກົນ ກ່າວວ່າ ຫາກເນັ້ນໃສ່ແຕ່ ການຫລຸດຜ່ອນ ການທຳລາຍປ່າ ຢ່າງດຽວ ຄວາມພຍາຍາມ ຂອງ ສະຫະປະຊາຊາດ ກໍຈະບໍ່ໄດ້ຜົນ ໃນການຫລຸດຜ່ອນ ການປ່ຽນແປງ ຂອງ ສະພາບດິນຟ້າອາກາດ ເພາະວ່າຄວາມຕ້ອງການ ດ້ານຜລິດພັນ ການກະເສຕ ແລະ ພະລັງງານ ກໍຈະເພີ້ມຂຶ້ນ. ການຕັດໄມ້ ທຳລາຍປ່າ ອາດຈະເປັນພຽງແຕ່ 10 ສ່ວນຮ້ອຍ ຂອງປະຣິມານ ຂອງຄັວນອາຍພິດ ຈາກກາສເຮືອນແກ້ວ ທັງໝົດ ທີ່ມະນຸດ ເປັນຜູ້ສ້າງຂຶ້ນມາ.
ອົງການ ສະຫະພັນຄົ້ນຄວ້າ ສາກົນ ພົບວ່າການຕັດໄມ້ ທຳລາຍປ່າ ຢູ່ປະເທດນຶ່ງ ແມ່ນໄດ້ຮັບ ຄວາມກົດດັນ ມາຈາກອີກ ປະເທດນຶ່ງ ທີ່ຢູ່ໄກກັນ ຄົນລະທະວີບ, ເຊັ່ນຂະນົມ cookie ທີ່ເຮັດໃນ ສະຫະຣັຖ ຫລືຢູໂຣບ ໃຊ້ນ້ຳມັນປາມ ມາຈາກພື້ນທີ່ິດິນ ທີ່ປ່າໄມ້ຖືກ ທຳລາຍ ໃນ ອິນໂດເນເຊັຍ.