ອົງການອາຫານໂລກ ຊ່ວຍຄອບຄົວລາວ
2011.09.30

ກົດຟັງສຽງ
ມີຊາວລາວ ປະມານ 700 ຄອບຄົວ ໃນເຂດ ພາກເຫນຶອ ໃນແຂວງ ອຸດົມໄຊ ໄດ້ຮັບ ເງິນສົດ ປະມານ 331 ລ້ານ ກີບ ຫລື ປະມານ 41 ພັນ ໂດລາ ຈາກອົງການ ອາຫານໂລກ ສະຫະ ປະຊາຊາດ ໃນການ ເຂົ້່າຮ່ວມ ໂຄງການ ໃຫ້ເງິນສົດ ຈາກການ ເຮັດວຽກ ເພຶ່ອ ຜົລປໂຍດ ສ່ວນຮວມ.
ອິງຕາມ ຖແລງການ ຈາກ ຫ້ອງການ ອາຫານໂລກ ປະຈຳລາວ ໂຄງການ ດັ່ງກ່າວ ໄດ້ເລິ້ມຂຶ້ນ ດ້ວຍການ ຮ່ວມມື ກັບຫ້ອງການ ວາງແຜນ ການລົງທຶນ ແລະ ໄປສະນີ ປະຈຳ ແຂວງ ອຸດົມໄຊ. ມີ 15 ຫມູ່ບ້ານ ເຂົ້າຮ່ວມ ສ່ວນໃຫຍ່ ທີ່ ເມືອງແບ່ງ ແລະ ເມືອງຮົ່ມ. ຊາວບ້ານ ໄດ້ພາກັນ ສ້າງຝາຍ ກັ້ນນ້ຳ ເຮັດສວນຄົວ ຮ່ວມກຸ່ມ ເພຶ່ອໃຫ້ ກຸ້ມຢູ່ ກຸ້ມກິນ ແລະ ປ້ອງກັນ ການຂາດແຄນ ອາຫານ ໃນ ຣະຍະຍາວ.
ໃນໂຄງການ ດັ່ງກ່າວ ຄ່າຕອບແທນ ທີ່ ຊາວບ້ານ ໄດ້ຮັບ ກໍຄື ໄດ້ອາຫານ ການກິິນ ຈາກ ໂຄງການແລ້ວ ກໍຍັງໄດ້ ຮັບເງິນສົດ ນຳອີກ ເພຶ່ອຊຶ້ເຄຶ່ອງ ໃຊ້ສອຍ ທີ່ຈຳເປັນ ໃນຄອບຄົວ. ນາງ ຄອນເນິເລັຽ ແປສ ເຈົ້າຫນ້າທີ່ ຈາກ ຫ້ອງການ ອາຫານໂລກ ປະຈຳລາວ ເວົ້າວ່າ, ເງິນສົດ ທິ່ຊາວບ້ານ ໄດ້ຮັບນັ້ນ ແມ່ນຈ່າຍ ຕາມເວລາ ທີ່ ຂະເຈົ້າ ອອກແຮງງານ ໃນໂຄງການ ຊື່ງຮວມ ໄປເຖີງ ການສ້າງ ຣະບົບ ຊົລປະທານ ແລະ ປົວແປງ ຖນົນ ຫົນທາງ ທີ່ ເພພັງ. ໃນ ຄອບຄົວນຶ່ງ ໄດ້ຮັບເງິນ ປະມານ 4-5 ແສນ ກີບ ຫລຶ ປະມານ 50-62 ໂດລາ.