ແຜນຈັດສັນເຂື່ອນນໍ້າງື່ມ ໃຫ້ເປັນເຂດທ່ອງທ່ຽວ
2011.01.06
ກົດຟັງສຽງ
ການພັທນາ ເຂດທ່ອງທ່ຽວ ໃນບໍຣິເວນ ເຂື່ອນນໍ້າງື່ມ ທີ່ມີພື້ນທີ່ ທັງໝົດ 130 ເຮັກຕາ ໄດ້ເລີ້ມລົງມື ຈັດສັນເຂດຢ່າງ ຄັກແນ່ແລ້ວ ໂດຍໄດ້ຈັດເປັນ 4 ປະເພດເຂດ ລົງທືນ ເພື່ອເຊື້ອເຊີນເອົາ ນັກລົງທືນ ຈາກພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທືນ. ຕາມການເປີດເຜີຽ ຂອງເຈົ້າໜ້າທີ່ ຜແນກແຜນການ ແລະ ການລົງທືນ ແຂວງວຽງຈັນ:
"ການທ່ອງທ່ຽວ ຢູ່ໃນໜ້າເຂື່ອນ ເພື່ອປັບປຸງນີ້ ພວກເຮົາໄດ້ ແບ່ງເປັນໂຊນ ເປັນເຂດ. ເຂດຈໍານວນນື່ງ ໄດ້ໃຫ້ການ ລົງທຶນ ຢູ່ພາຍໃນ ແລະກໍເຂດໂຕທີ່ ເປັນການ ບໍຣິການ ລະດັບໃຫ່ຽ ຍົກຕົວຢ່າງ ມັນມີບ່ອນ ເຂດນື່ງທີ່ຈະ ສາມາດຢູ່ ເປັນການລົງທືນ ຢູ່ຕ່າງປະເທດ ຢູ່ທາງແຈ ເບື້ອງບົນພຸ້ນ".
ທ່ານວ່າ ຜແນກແຜນການ ແລະ ການລົງທືນ ແຂວງວຽງຈັນ ຮ່ວມກັບຫ້ອງການ ອຸດສະຫະກັມ ການຄ້າ ແຂວງວຽງຈັນ ໄດ້ສໍາເຣັດ ການວາງແຜນ ວິພາກ ເຣື້ອງການຈັດສັນ ເນື້ອທີ່ດິນ ບໍຣິເວນ ຮອບແຄມ ອ່າງນໍ້າແລ້ວ ໂດຍມີ 4 ປະເພດການ ລົງທືນ ເພື່ອພັທນາຄື:
1-ສໍາລັບເນື້ອທີ່ດິນ ຂອງປະຊາຊົນ ກໍໃຫ້ ປະຊາຊົນ ມີສິດ ໃນການລົງທືນ ທໍາກິຈການ ການຄ້າຕ່າງໆ.
2 ເຂດໂຮງແຮມ ເຮືອນພັກຂນາດນ້ອຍ ແລະ ຂນາດກາງ ກໍໃຫ້ນັກລົງທືນ ພາຍໃນປະເທດ ເຂົ້າມາລົງທືນ ແລະ ປະກອບກິຈການໄດ້.
3- ສໍາລັບການ ລົງທືນ ເຮັດໂຮງແຮມ ຂນາດ 3 ດາວ ກໍໃຫ້ນັກລົງທືນ ຕ່າງຊາດ ເຂົ້າໄປລົງທືນ.
4-ພື້ນທີ່ດິນ ເພື່ອການກະເສດ ຈໍານວນນື່ງ ກໍຈະອານຸຍາດ ໃຫ້ປະຊາຊົນ ໃນທ້ອງຖິ່ນ ເຂົ້າມາປູກຝັງໄດ້.
ສໍາລັບການ ພັທນາ ໂຄງຮ່າງພື້ນຖານ ເຊັ່ນວ່າການ ຕິດຕັ້ງ ລະບົບ ສາຍໄຟຟ້າ ແຮງສູງ ການຂຍາຍລະບົບ ທໍ່ນໍ້າປະປາ ການສ້າງຖນົນ 4 ເລນ, ທາງການ ຮັບຜິດຊອບ ຍັງປະສານງານ ໄປຍັງພາກ ສ່ວນກ່ຽວຂ້ອງ ຂອງຣັຖບານຢູ່.