ຊາວບ້ານເດືອດຮ້ອນ ຍ້ອນເກັບຄ່າທາງ

ການທ່ອງທ່ຽວ ນໍ້າຕົກຕາດ ຫລີ່ຜີ ສ້າງຄວາມ ເດືອດຮ້ອນ ໃຫ້ແກ່ ປະຊາຊົນ ໃນທ້ອງຖິ່ນ.
ຈໍາປາທອງ
2012.09.05
F-map-4k-islands ແຜນທີ່ຊີ້ບອກ ໝູ່ເກາະໝູ່ດອນ ແລະນໍ້າຕົກຕາດ ຢູ່ຕອນໃຕ້ສຸດ ຂອງເມືອງໂຂງ ແຂວງຈໍາປາສັກ
RFA/VS

ບໍຣິສັດ ທີ່ເຮັດ ທຸຣະກິດ ທ່ອງທ່ຽວ ນໍ້າຕົກຕາດ ຫລີ່ຜີ ແຂວງຈໍາປາສັກ ສ້າງ ຄວາມເດືອດຮ້ອນ ໃຫ້ແກ່ ປະຊາຊົນ ຢູ່ໃນຂົງເຂດ ຍ້ອນມີການເກັບຄ່າ ຜ່ານທາງ ທັ້ງໆທີ່ ເຂດ ຊຶ່ງໂຄງການ ກວມເອົານັ້ນ ຕັ້ງແຕ່ກ່ອນເຄີຍເປັນ ທາງຜ່ານໄປມາ ຕາມປົກກະຕິ ຂອງ ພວກຊາວບ້ານ. ຕາມແຫລ່ງຂ່າວ ທີ່ບໍ່ປະສົງອອກຊື່ ເວົ້າວ່າ:

"ຫລີ່ຜີ ກໍມີໂຄງການ ຂອງຄົນລາວມາ ສິ່ງສໍາຄັນ ກໍຄືຊາວບ້ານ ຢູ່ບ້ານດອນຄອນ ດອນເດດ ຜ່ານເຂົ້າໄປ ຫາທໍາມາຫາກິນ ແຖວນັ້ນ ກໍໄດ້ ຊື້ປີ້ເນາະ ຜູ້ລະ 5,000 ແຕ່ວ່າ ມັນເປັນເຂດ ຂອງຂະເຈົ້າ ຜ່ານໄປ ຫາປູຫາປາ".

ແຫລ່ງຂ່າວ ເວົ້າຕໍ່ໄປວ່າ ຫລັງຈາກ ທີ່ມີບໍຣິສັດ ເຂົ້າມາ ສໍາປະທານ ພັທນາ ເພື່ອການທ່ອງທ່ຽວ ໃນເຂດ ນໍ້າຕົກຕາດ ຫຼີ່ຜີ ໄດ້ມີການ ຈັດຣະບຽບໃໝ່ ເກັບຄ່າຜ່ານ ຈາກ ຊາວບ້ານ ໃນທ້ອງຖິ່ນນັ້ນ ສິ່ງດັ່ງກ່າວ ສ້າງຄວາມບໍ່ພໍໃຈ ແລະ ຄວາມ ເດືອດຮ້ອນ ໃຫ້ພວກເຂົາເຈົ້າ ຍ້ອນວ່າ ແຕ່ໃດມາ ແມ່ນໄດ້ຜ່ານ ເຂດນັ້ນ ໄປເຮັດວຽກ ໄປຫາປູ ຫາປາ ຫາເຄື່ອງປ່າຂອງດົງ ຢ່າງເປັນປົກກະຕິ ຕລອດມາ".

ບໍຣິສັດ ທີ່ໄດ້ຮັບ ສໍາປະທານ ເຂດນັ້ນ ຈາກຣັຖບານລາວ ແມ່ນບໍຣິສັດ ຍິ່ງໂຊກໄຊ ຊຶ່ງເຂົ້າມາ ເຮັດທຸຣະກິດ ທ່ອງທ່ຽວ ຫລາຍແຫ່ງ ຢູ່ແຂວງ ຈໍາປາສັກ ທັງຢູ່ເຂດ ນໍ້າຕົກ ຄອນພະເພັງ ແລະ ວັດພູ ມໍຣະດົກໂລກ. ແຫລ່ງຂ່າວ ທີ່ວ່ານີ້ ເວົ້າຕື່ມອີກວ່າ  ຊາວບ້ານ ໃນເຂດນັ້ນ ຕ້ອງການໃຫ້ ບໍຣິສັດ ຍົກເລີກ ການເກັບ ຄ່າຜ່ານທາງ ຍ້ອນວ່າ ພວກ ເຂົາເຈົ້າ ຕ້ອງໄດ້ຜ່ານໄປ-ມາ ເພື່ອຫາຢູ່ຫາກິນ ພໍກຸ້ມປາກກຸ້ມທ້ອງ ຢ່າງເປັນປະຈໍາ ມີຣາຍໄດ້ໜ້ອຍ ແລະເຫັນວ່າ ການເກັບຄ່າ ຜ່ານທາງນັ້ນ ແມ່ນບໍ່ເໝາະສົມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.