ການທ່ອງທ່ຽວ ຂອງລາວ ຂຍາຍໂຕຊ້າ
2011.08.29

ກົດຟັງສຽງ
ບໍຣິສັດ Horwath ຊຶ່ງເປັນ ບໍຣິສັດ ທີ່ປຶກສາ ດ້ານ ໂຮງແຮມ ການທ່ອງທ່ຽວ ແລະ ການພັກຜ່ອນ ທີ່ມີ ສຳນັກງານ ຢູ່ເກືອບ ທຸກ ປະເທດ ໃນໂລກ ຣາຍງານວ່າ ປັດຈຸບັນ ການເດີນທາງ ໄປລາວ ເຊັ່ນໄປ ນະຄອນຫລວງ ວຽງຈັນ ແລະ ຫລວງພຣະບາງ ຍັງບໍ່ ສະດວກ ສະບາຍ ເທົ່າທີ່ຄວນ ມີສາຍການບິນ ພຽງແຕ່ 5 ສາຍ ເທົ່ານັ້ນ; ເວົ້າສະເພາະ ນະຄອນຫລວງ ວຽງຈັນ ມີຖ້ຽວບິນ ເຊື່ອມຕໍ່ກັບ 4 ເມືອງ ຄື ບາງກອກ ພະນົມເປັນ ຮາໂນ່ຍ ແລະ ກົວລາລຳເປີ.
ໃນດ້ານການ ຄົມມະນາຄົມ ທາງບົກ ກໍຍັງ ຫຍຸ້ງຍາກ ແລະ ເປັນທາງທີ່ ຍາວໄກ ຕົວຢ່າງ ເສັ້ນທາງ ຣະຫວ່າງ ນະຄອນຫລວງ ວຽງຈັນ ແລະ ຫລວງພຣະບາງ ກໍຍັງເປັນ ທາງນ້ອຍໆ ຄົດລ້ຽວ ໄປຕາມ ພູຜາ ທີ່ ກັນດານ ແລະ ການເດີນທາງ ຈາກ 2 ເມືອງນີ້ ເພື່ອໄປ ປະເທດ ເພື່ອນບ້ານ ກໍຍັງບໍ່ ສະດວກ ສະບາຍ. ບໍຣິສັດ Horwath ຣາຍງານ ອີກວ່າ ໂຮງແຮມ ຕົວຢ່າງ ຢູ່ ນະຄອນຫລວງ ວຽງຈັນ ສ່ວນຫລາຍ ຍັງເປັນ ໂຮງແຮມນ້ອຍ, ມີພຽງ 2-3 ແຫ່ງ ທີ່ສາມາດ ໃຊ້ເປັນບ່ອນ ປະຊຸມໃຫຍ່ໄດ້. ບັນຫາ ທັງສອງຢ່າງ ນີ້ ເປັນອຸປສັກ ອັນໃຫຍ່ຫລວງ ຕໍ່ການ ຂຍາຍຕົວ ຂອງການ ທ່ອງທ່ຽວ ຢູ່ລາວ.
ອົງການ ທ່ອງທ່ຽວ ແຫ່ງຊາດລາວ ໄດ້ແຈ້ງຕໍ່ ກອງປະຊຸມ ການທ່ອງທ່ຽວ ໃນເຂດ ອ່າງ ແມ່ນ້ຳຂອງ ທີ່ຈັດຂື້ນ ຢູ່ເມືອງ ປາກເຊ ແຂວງຈຳປາສັກ ເມື່ອເດືອນ ພຶສພາ ປີນີ້ວ່າ ສປປລາວ ກຳລັງ ຂຍາຍ ການ ຄົມມະນາຄົມ ຂົນສົງ ເພື່ອສົ່ງເສີມ ການທ່ອງທ່ຽວ. ເມື່ອສັປດາ ທີ່ແລ້ວ ສາຍການບິນ ລາວ ກໍໄດ້ເຊັນ ສັນຍາ ຊື້ເຄື່ອງບິນ ໂດຍສານ ແອຣ໌ບັສ ຕື່ມອີກ 2 ລຳ ເພື່ອ ຂາຍການບິນ ໄປ ສິງກະໂປ. ສ່ວນທາງດ້ານ ການ ຄົມມະນາຄົມ ທາງບົກ ສປປລາວ ກໍກຳລັງ ສ້າງຂົວ ມິຕພາບ ລາວ-ໄທ ແຫ່ງທີ 3 ຊື່ງ ຈະສໍາເຣັດ ໃນເດືອນ ພຶສຈິກາ ປີນີ້ ແລະ ຂົວທີ 4 ກໍກໍາລັງ ຢູ່ໃນ ການກໍ່ສ້າງ.
ເຖິງຢ່າງໃດ ກໍດີ ອົງການ ທ່ອງທ່ຽວ ແຫ່ງຊາດ ລາວ ກໍຣາຍງານ ວ່າໃນ ປີນີ້ ຈຳນວນ ນັກທ່ອງທ່່ຽວ ໄປລາວ ຈະເພິ້ມຂື້ນ ເປັນ 2 ລ້ານ ແລະ 6 ແສນຄົນ ແລະ ສປປລາວ ຈະມີຣາຍໄດ້ ຈາກ ການທ່ອງທ່ຽວ ເພິ້ມຂື້ນ ເປັນ 400 ລ້ານ ດອນລ່າ ສະຫະຣັຖ.