ບໍຣິການຂົນສົ່ງດ່ວນ ທາງອາກາດຢູ່ລາວ

ບໍຣິສັດ ຂົນສົ່ງ ສີ່ງຂອງ ດ່ວນ ທາງອາກາດ ອອສເຕຣເລັຽ ຈະເລີ້ມເປີດ ບໍຣິການ ເສັ້ນທາງ ສາຍໃຫມ່ ໃນການຮັບ ຂົນສົ່ງ ສີ່ງຂອງ ດ່ວນ ໄປລາວ ແລະ ຈາກລາວ.
ສິດນີ
2011.04.15

ກົດຟັງສຽງ

ບໍຣິສັດ ຂົນສົ່ງ ສີ່ງຂອງດ່ວນ TNT ອອສເຕຣເລັຽ ທີ່ມີຊື່ສຽງ ໃນການຂົນສົ່ງ ສີ່ງຂອງດ່ວນ ແບບຖືກໆ ຈາກນານາຊາດ ຈະເລີ້ມ ບໍຣິການ ໄປລາວ ແລະ ຈາກລາວ.

ບໍຣິສັດ ສົ່ງສີ່ງຂອງ ດ່ວນ ແບບຖືກໆ ດັ່ງກ່າວ ສາມາດ ສົ່ງສີ່ງຂອງ ໃນຂົງເຂດ ພຽງແຕ່ວັນດຽວ ດ້ວຍການ ແກ້ໄຂບັນຫາ ທາງດ້ານ ພາສີ ການເຂົ້າອອກ ຂອງວັດຖຸ ສີ່ງຂອງ ແລະສົ່ງເຖີງ ປະຕູບ້ານ ຂອງຜູ້ໃຊ້ ບໍຣິການ ໃຫ້ທັນເວລາ ສຳລັບຫໍ່ຂອງ ທີ່ມີນ້ຳຫນັກ ບໍ່ເກີນ 500 ກິໂລກຣາມ ແລະ ເປັນຂອງແຫ້ງ.

ຫໍ່ຂອງບາງຢ່າງ ຈະສົ່ງເຖິງ ຈຸດຫມາຍ ປາຍທາງ ບໍ່ໃຫ້ເກີນ 2-3 ວັນ ແລ້ວແຕ່ວ່າ ເປັນປະເທດໃດ ແລະ ການເຂົ້າ-ອອກ ຂອງຫໍ່ຂອງ ຈາກ ປະເທດນື່ງ ຫາ ປະເທດນື່ງ ຮ່ວມດ້ວຍ ກົດຣະບຽບ ພາສີ ຂອງແຕ່ ລະປະເທດ.

ເສຖກິດລາວ ຈະມີການ ເຕີບໂຕ ປະມານ 7.5% ໃນປີ 2011 ນີ້. ການຂຍາຍ ບໍຣິການ ຂອງບໍຣິສັດ ດັ່ງກ່າວ ໄປລາວ ແມ່ນຈາກ ແຮງດັນ ຂອງການ ລົງທືນ ໃນໂຄງຮ່າງ ພື້ນຖານ ປະເພດຕ່າງໆ ໃນລາວ. ການຂຸດຄົ້ນ ບໍ່ແຮ່ ການສ້າງເຂື່ອນ ໄຟຟ້າ ທີ່ຈະສົ່ງ ໄປຂາຍ ໃຫ້ໄທ ແລະ ຜລິດພັນ ຂອງອຸດສາຫະກັມ ແຜ່ນແພ ໃນລາວ ກຳລັງ ຂຍາຍຕົວ.

ໃນປັດຈຸບັນ ຄູ່ການຄ້າ ລາຍໃຫຍ່ ຂອງບໍຣິສັດ ໃນຂົງເຂດ ນີ້ກໍ່ມີ ປະເທດໄທ ຈີນ ແລະວຽດນາມ. ການຂົນສົ່ງ ສີ່ງຂອງ ໄປລາວ ສ່ວນໃຫຍ່ ຈະເປັນເຄື່ອງຈັກ ປະເພດຕ່າງໆ. ສຳລັບການ ກໍ່ສ້າງ ແລະ ການຂຸດຄົ້ນ ແຮ່ທາດ ຮ່ວມທັງ ອຸປກອນ ທາງດ້ານ ໂທລະຄົມ ມະນາຄົມ ຊນີດຕ່າງໆ ເພື່ອໃຊ້ ໃນການພັທນາ ໂຄງຮ່າງ ພື້ນຖານ ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.