ເສືອຢູ່ນໍ້າແອດພູເລີຍ ໃກ້ສູນພັນ

ປັດຈຸບັນ ຈໍານວນເສືອ ທີ່ອາສັຍຢູ່ ໃນພື້ນທີ່ ປ່າສງວນ ນໍ້າແອດ, ພູເລີຍ ມີເຫລືອຢູ່ ບໍ່ເທົ່າໃດ ແລະ ມີແນວໂນ້ມວ່າ ຈະໜ້ອຍລົງ ເລື້ອຍໆ.
ຈະເຣີນສຸກ
2011.02.08

ກົດຟັງສຽງ

ເຖິງແມ່ນວ່າ ໃນຊ່ວງນີ້ ຈະບໍ່ພົບເຫັນການລ່າເສືອ ພໍເທົ່າໃດ ກໍຕາມ, ແຕ່ເສືອ ກໍເປັນສັດ ທີ່ນາຍພານ ຕ້ອງການ ເພື່ອນໍາໄປຂາຍ ສົ່ງອອກ ຕ່າງປະເທດ ຖ້າຫາກວ່າ ໜ່ວຍງານ ທີ່ກ່ຽວຂ້ອງ ບໍ່ມີມາຕການ ເບິ່ງແຍງຄຸ້ມຄອງ ໃນອະນາຄົດ ເສືອ ອາດຈະສູນພັນໄດ້. ທ່ານ ຊ້າງ ຊະນະພົນ, ຫົວໜ້າ ຂແນງປ່າໄມ້ ແຂວງຫລວງພຣະບາງ, ກ່າວວ່າ:

“ເສືອນີ້ ກໍປະມານ 20 ໂຕ ກໍເສືອໂຄ່ງນັ້ນແຫລະ ກໍມີກະແຈກກະຈາຍ ຫລາຍຢູ່ ມັນໃກ້ຈະ ສູນພັນແລ້ວ. ເສືອນີ້ ກໍເປັນເສືອໂຕ ທີ່ຫາຍາກນະ.”

ນະໂຍບາຍ ຂອງ ຂແນງປ່າໄມ້ ປະຈໍາປີ 2011 ໄດ້ກໍານົດ ໃຫ້ມີການເບິ່ງແຍງ ຄຸ້ມຄອງ ສັດປ່າ ໃນປ່າສງວນ ນໍ້າແອດ, ພູເລີຍ, ໂດຍສະເພາະ ເສືອ, ຊຶ່ງຫ້າມບໍ່ໃຫ້ ປະຊາຊົນ ເຂົ້າໄປບຸກລຸກ ໃນເຂດພື້ນທີ່ ຄຸ້ມຄອງ ສັດປ່າ ທີ່ທາງຂແນງ ໄດ້ກໍານົດໄວ້. ຖ້າຫາກວ່າ ພົບເຫັນ ປະຊາຊົນຜູ້ໃດ ຝ່າຝືນຄໍາສັ່ງ ດັ່ງກ່າວ ຈະມີການປັບໃໝ ແລະ ຕັກເຕືອນ. ຖ້າຫາກວ່າ ຍັງຝ່າຝືນຕື່ມອີກ ກໍຈະຖືກ ດໍາເນີນຄະດີ ຕາມກົດໝາຍ ຕໍ່ໄປ.

ນອກຈາກນີ້, ທ່ານ ຊ້າງ ຍັງກ່າວເພີ້ມຕື່ມວ່າ ຢາກຝາກໄປຍັງ ປະຊາຊົນ ໃຫ້ຊ່ອຍ ເຝົ້າຕິດຕາມ ເຣື້ອງດັ່ງກ່າວ ຖ້າຫາກວ່າ ພົບເຫັນ  ການລ່າເສືອ ຫລື ສັດປ່າຕ່າງໆ ທີ່ເປັນສັດຄຸ້ມຄອງ ໃຫ້ຟ້າວແຈ້ງ ເຈົ້າໜ້າທີ່ ປ່າໄມ້ ຊາບໂດຍດ່ວນ. ພ້ອມດຽວກັນນັ້ນ, ທາງເຈົ້າໜ້າທີ່ ກໍຈະມີລາງວັນ ໃຫ້ກັບປະຊາຊົນ ຜູ້ທີ່ ຣາຍງານ ເຈົ້າໜ້າທີ່ ກ່ຽວກັບ ການລັກລ່າສັດ ສງວນ ດັ່ງກ່າວ.

ເຖິງຢ່າງໃດກໍດີ, ທາງສື່ມວນຊົນ ຂອງສປປລາວ ເຄີຍນໍາສເນີ ຂໍ້ມູນ ກ່ຽວກັບ ເຣື້ອງດັ່ງກ່າວ ວ່າ ເມື່ອປີ 2008 ແຂວງຫລວງພຣະບາງ ໄດ້ຈັດກອງປະຊຸມ ປຶກສາຫາລື ວາງແຜນ ການອະນຸຮັກ ເສືອໂຄ່ງ ໃນເຂດປ່າສງວນ ແຫ່ງຊາດ ນໍ້າແອດ, ພູເລີຍ, ຊຶ່ງໃນກອງປະຊຸມ ໄດ້ຮຽກຮ້ອງ ໃຫ້ເມືອງຕ່າງໆ ໃນແຂວງ ພ້ອມກັນ ສນັບສນູນ ແລະ ຊຸກຍູ້ ໃຫ້ປະຊາຊົນ ຜູ້ມີອາວຸດລ່າສັດ ໃນຄອບຄົວນັ້ນ, ຈົ່ງນໍາອາວຸດ ເຫລົ່ານັ້ນ ໄປມອບໃຫ້ ເຈົ້າໜ້າທີ່ ຮັກສາເອົາໄວ້ ເພື່ອຍຸຕິ ການລ່າສັດ ແລະ ເປັນການອານຸຮັກ ສັດປ່າ ທັງຫລາຍ ໃຫ້ຄົງຢູ່ຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.