ຄວາມສໍາພັນ ລາວ-ໄທ ຕາມເຂດຊາຍແດນ
2012.02.13

ກົດຟັງສຽງ
ໃນທຸກໆບັນຫາ ເມື່ອເກີດຂຶ້ນແລ້ວ ຄວນມີການ ປະສານງານ ໂອ້ລົມ ປຶກສາຫາລື ກັນ. ດັ່ງທ່ານ ພົລອາກາດ ເອກ ສຸກໍາພົນ ສຸວັນະທັດ ຣັຖມົນຕຣີ ກະຊວງ ປ້ອງກັນ ປະເທດໄທ ໄດ້ກ່າວໃນ ກອງປະຊຸມ ຄນະ ກັມມະການ ຮ່ວມມື ຮັກສາຄວາມ ສງົບຮຽບຮ້ອຍ ຕາມເຂດຊາຍແດນ ລາວ-ໄທ ໃນມື້ວັນສຸກ ວັນທີ 10 ກຸມພາ 2012 ວ່າ:
"ກໍມີບາງຄົນ ຄືມືທີ 3 ເຮັດໃຫ້ສອງຊາດ ເຮົາເຂົ້າໃຈຜິດ ກັນ ເຮົາຕ້ອງໄດ້ ໂອ້ລົມ ປຶກສາ ຫາລືກັນ ເພື່ອແກ້ໄຂ. ຄົນທີ່ບໍ່ ຫວັງດີມີ ຫລາຍປະເພດ ແຕ່ພວກເຮົາຕ້ອງ ໄດ້ພົບພໍ້ ໂອ້ລົມກັນ ເພື່ອຫຼີກລ້ຽງ ການເຂົ້າໃຈ ຜິດຕໍ່ກັນ".
ທ່ານຣັຖມົນຕຣີ ສຸກໍາພົນ ກ່າວຕໍ່ໄປວ່າ ບັນຫາ ທີ່ກຸ່ມຄົນ ບໍ່ດີໄດ້ ກໍ່ເຣື່ອງຂຶ້ນມາ ສ່ວນໃຫຍ່ ຈະກ່ຽວກັບ ການລັກລອບ ຕັດໄມ້ ຄ້າຢາເສບຕິດ ແລະ ໂຄງການ ກໍ່ສ້າງໃຫຍ່ໆ ອື່ນໆ ທີ່ບໍລິສັດໄທ ໄດ້ຮັບ ສໍາປະທານ ໃຫ້ໄປ ລົງທຶນ ໃນລາວ. ແຕ່ບັນຫາ ຂ່າວປ່າວປິວ ເຫລົ່ານີ້ ກໍບໍ່ໄດ້ ສ້າງຄວາມ ກະທົບ ກະເທືອນຕໍ່ ສອງປະເທດ ເລີຍ ເພາະສິ່ງທີ່ ເກີດຂຶ້ນ ຕາມປົກກະຕິ ກໍແມ່ນບັນຫາ ການລັກລອບ ຂົນຢາເສພຕິດ ຂ້າມເຂດ ຊາຍແດນ ແລະ ບັນຫາ ແຮງງານ ຕ່າງດ້າວ.
ເຖິງຢ່າງໃດ ກໍຕາມ ກອງປະຊຸມ ຄນະກັມມະການ ຮ່ວມມື ຮັກສາ ຄວາມສງົບ ຮຽບຮ້ອຍ ຕາມເຂດຊາຍແດນ ລາວ-ໄທ ເຫັນວ່າ ທັງສອງຝ່າຍ ຕ້ອງມີຄວາມ ໜັກແໜ້ນ ແລກປ່ຽນຂໍ້ ມູນຂ່າວສານ ແລະຕ້ອງ ປະສານງານ ກັນໃກ້ຊິດ ເພື່ອຫລີກລ້ຽງ ການເຂົ້າໃຈຜິດ ແລະ ກະທົບ ຕໍ່ຄວາມສໍາພັນ ລະຫວ່າງ ປະເທດ.