ຂົວມິຕພາບແຫ່ງທີ່ 3 ຈະເປີດໃຊ້ປີໜ້າ
2010.12.20
ກົດຟັງສຽງ
ຂົວ ມິຕພາບ ລາວ-ໄທ ແຫ່ງທີ່ 3 ລະຫ່ວາງ ເມືອງທ່າແຂກ ກັບນະຄອນ ພະນົມ ຄາດວ່າຈະ ສໍາເຣັດ ແລະ ເປີດໃຊ້ພາຍ ໃນເດືອນ ພືສຈິກາ ປີ 2011 ນີ້ ຍ້ອນການກໍ່ສ້າງ ກ້າວໄປໄວ ກ່ອນກໍານົດ, ຕາມລາຍງານ ອົງການຂ່າວໄທ.
ທ່ານ ວີຣະ ເຣືອງສຸກສີວົງ ເອກອະທິບໍດີ ກົມທາງຫລວງ ຂອງໄທ ເປີດເຜີຽວ່າ ວຽກງານກໍ່ສ້າງ ຂົວ ມິຕພາບ ລາວ-ໄທ ຂ້າມນໍ້າຂອງແຫ່ງທີ່ 3 ໄດ້ສໍາເຮັດໄປແລ້ວ 70 ສ່ວນຮ້ອຍ ກວ່າໆ ແລະ ໄວກ່ອນ ກໍານົດເຖິງ 30 ສ່ວນຮ້ອຍ. ທ່ານວ່າ ຖ້າຫາກວ່າ ວຽກງານກໍ່ສ້າງ ຫາກດໍາເນີນໄປ ຕາມຈັງຫວະ ທີ່ເປັນຢູ່ນີ້ ຄາດວ່າຂົວນີ້ ຈະສາມາດ ເປີດໃຊ້ໄດ້ ພາຍໃນເດືອນ ພຶສຈິກາ ປີ 2011 ນີ້. ທ່ານ ວີຣະ ເວົ້າວ່າ ຂົວ ມິຕພາບ ລາວ-ໄທ ແຫ່ງທີ່ 3 ນີ້ຈະອໍານວຍ ຄວາມສະດວກ ແກ່ການຄ້າ ການຂົນສົ່ງ ການທ່ອງທ່ຽວ ການແລກປ່ຽນ ວັທນະທັມ ແລະ ການພັທນາ ເສຖກິດ ຂອງ 2 ປະເທດ.
ຂົວດັ່ງກ່າວ ມີຄວາມຍາວ 1,423 m ກວ້າງ 13 ແມັດ ສ້າງໂດຍທຶນ ຂອງຣັຖບານໄທ ໃນມູນຄ່າ 1,760 ລ້ານບາດ. ພ້ອມນັ້ນ ທ່ານວ່າ ວຽກງານກໍ່ສ້າງ ຂົວ ມິຕພາບ ແຫ່ງທີ່ 4 ລະຫ່ວາງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຂອງລາວ ກັບ ເມືອງຊຽງຂອງ ແຂວງຊຽງຮາຍ ຂອງໄທ ກໍາລັງດໍາເນີນຢູ່ ແລະ ຄາດວ່າຈະສ້າງ ສໍາເຣັດ ພາຍໃນປີ 2014.