ຂົວຂ້າມນໍ້າຂອງ ແຫ່ງທີສາມແກ້ຈະແລ້ວ

ຂົວ ມິຕພາບ ລາວ-ໄທ ຂ້າມ ແມ່ນ້ຳຂອງ ແຫ່ງທີ 3 ຈະເປິດໃຊ້ ຢ່າງເປັນ ທາງການ ໃນວັນທີ 11 ພຶສຈິກາ 2011 ນີ້.
ສິດນີ
2011.10.05
F-third-mekong-bridge ຂົວຂ້າມນໍ້າຂອງ ລາວ-ໄທ ແຫ່ງທີສາມ ຣະຫວ່າງ ແຂວງຄໍາມ່ວນ ປະເທດລາວ ແລະ ນະຄອນພນົມ ປະເທດໄທ (ຮູປຖ່າຍ ໃນເດືອນ ມິນາ 2011)
Source:KPL Lao News Agency

ກົດຟັງສຽງ

ເຈົ້າແຂວງ ນະຄອນພນົມ ຂອງໄທ ທ່ານ ເຣຶອງສັກ ມະຫາວິນິດ ຊາມົນຕຣີ ກ່າວໃນມຶ້ ວັນອັງຄານ ວັນທີ 4 ຕຸລາ ນິ້ວ່າ ຂົວມິຕພາບ ລາວ-ໄທ ຂ້າມແມ່ ນ້ຳຂອງ ແຫ່ງທີ 3 ຣະຫວ່າງ ແຂວງຄຳມ່ວນ ຂອງລາວ ກັບແຂວງ ນະຄອນພນົມ ຂອງໄທ ຈະເປິດໃຊ້ ຢ່າງເປັນ ທາງການ ໃນວັນທີ 11 ເດຶອນ 11 ປີ 2011 ນີ້.

ທ່ານ ໄດ້ກ່າວ ກ່ຽວກັບ ເລຶ້ອງນິ້ ຫລັງຈາກ ກອງປະຊຸມ ຣະຫວ່າງ ເຈົ້າຫນ້າ ໂຍທາທິການ ລາວ-ໄທ ໃນອາທິດນິ້ ເພຶ່ອປຶກສາ ຫາລື ກ່ຽວກັບ ການຈັດ ພິທີ ເປິດຂົວ ດັ່ງກ່າວ . ຂົວມິຕພາບ ລາວ-ໄທ ແຫ່ງທີ່ 3  ເລິ້ມກໍ່ສ້າງ ມາແຕ່ວັນ 26 ເດຶອນ ເມສາ ປີ 2009 ໂດຍຣິສັດ ໄທ-ອິ່ຕາລຽນ ເປັນຜູ້ ໄດ້ຮັບ ສຳປະທານ ໃນການກໍ່ສ້າງ ທິ່ໃຊ້ເວລາ ປະມານ 900 ວັນ ໃນມູນຄ່າ ການກໍ່ສ້າງ ປະມານ 1,723 ລ້ານບາດ ຊຶ່ງຝ່າຍໄທ ເປັນຜູ້ອອກ ຄ່າໃຊ້ຈ່າຍ ໃຫ້.

ພຶ້ນທີ່ການ ສ້າງຂົວ ດັ່ງກ່າວ ຝັ່ງໄທ ແມ່ນທີ່ ບ້ານຫ້ອມ ຕາແສງ ອາດສາມານ ເມຶອງ ນະຄອນພນົມ ແຂວງ ນະຄອນພນົມ ຕໍ່ໃສ່ ຝັ່ງລາວ ທິ່ ບ້ານເວີນໃຕ້ ຫ່າງຈາກ ເມຶຶອງທ່າແຂກ ແຂວງ ຄຳມ່ວນ ປະມານ 13 ກິໂລແມດ ທິ່ມີຄວາມ ຍາວປະມານ 780 ແມັດ ແລະພຶ້ນທິ່ ໂຄງການ ຂົວ ທັງຫມົດ ທີ່ເລິ້ມຈາກ ທາງ ເຂົ້າອອກ ຈາກ ສອງປະເທດ ມີຄວາມຍາວ ກວ່າ 5 ກິໂລແມັດ ຈາກຝັ່ງໄທ ຫາ ຝັ່ງລາວ
ຂົວແຫ່ງນິ້ ຈະເປັນ ເສັ້ນທາງ ເຊຶ່ອມຕໍ່ ຣະຫວ່າງ 3 ປະເທດ ໃນຂົງເຂດ ເຊັ່ນ ໄທ ລາວ ແລະ ວຽດນາມ ໃນ ອະນາຄົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.