ກົດຟັງສຽງ
ພິທີ ເປີດຂົວ ຢ່າງເປັນ ທາງການ ໄດ້ເຣີ້ມຂຶ້ນ ໃນຕອນເຊົ້າ ຂອງ ວັນທີ 11 ເດືອນ ພຶສຈິກາ 2011, ໂດຍ ເຣີ້ມຕົ້ນດ້ວຍ ພິທີ ທາງສາສນາ ໃນເວລາ ປະມານ 10 ໂມງ ເຄິ່ງ, ຕໍ່ຈາກນັ້ນ ນາຍົກ ຣັຖມົນຕຣີ ໄທ ແລະ ສປປ ລາວ ກໍຮ່ວມ ແລກປ່ຽນກັນ ກ່າວ ຄໍາປາໃສ ເປີດງານ. ໃນເວລາ ປະມານ 11 ໂມງ 11 ນາທີ, ທ່ານ ບຸນຍັງ ວໍຣະຈິດ, ຮອງ ປະທານ ປະເທດລາວ ແລະ ສົມເດັດ ພຣະເທບ ແຫ່ງ ປະເທດ ໄທ ໄດ້ ກົດປຸ່ມ ເປີດປ້າຍ ຂົວ ມິຕພາບ ແຫ່ງທີ 3.
ສ່ວນນຶ່ງ ໃນ ຄໍາປາໃສ ຂອງ ຍານາງ ຍິ້ງຣັກ ຊິນນະວັດ, ນາຍົກ ຣັຖມົນຕຣີ ໄທ ມີ ຂໍ້ຄວາມ ວ່າ:
"ຂົວ ມິຕພາບ ແຫ່ງທີ 3 ແຂວງ ຄໍາມ່ວນ ແລະ ນະຄອນພະນົມ ນີ້ ຈະຊ່ອຍ ອໍານວຍ ຄວາມສະດວກ ວ່ອງໄວ ໃນການ ເດີນທາງ ແລະ ຄົມມະນາຄົມ ຂົນສົ່ງ, ສົ່ງເສີມ ການຮ່ວມມື ທາງດ້ານ ເສຖກິດ ສັງຄົມ, ແລກປ່ຽນ ວັທນະທັມ, ຂນົມ ທໍານຽມ ປະເພນີ ອັນດີງາມ ຕລອດ ເຖິງ ການ ເຊື່ອມໂຍງ ການຄ້າ ການລົງທຶນ ຣະຫວ່າງ ປະເທດໄທ, ສປປລາວ ແລະ ວຽດນາມ".
ຍານາງ ກ່າວຢໍ້າອີກວ່າ ຂົວ ດັ່ງກ່າວ ນີ້ ຍັງຈະສ້າງ ຄວາມສັມພັນ ຣະຫວ່າງ ປະຊາຊົນ ໃນ ພູມີພາກ ໃຫ້ມີ ຄວາມ ໃກ້ຊິດ ແໜ້ນແຟ້ນ, ເຊື່ອມຕໍ່ ຄຸນນະພາບ ທີ່ດີ ມາສູ່ ປະຊາຊົນ ທັງສອງ ປະເທດ ອີກດ້ວຍ.
ສ່ວນ ນາຍົກ ຣັຖມົນຕຣີ ລາວ ທ່ານ ທອງສິງ ທັມມະວົງ ກໍໄດ້ກ່າວ ສະແດງ ຄວາມ ຂອບໃຈ ກັບຝ່າຍໄທ ທີ່ໄດ້ໃຫ້ ຄວາມ ຊ່ວຍເຫລືອ ໃນໂຄງການ ສ້່າງ ຂົວ ມິຕພາບ ແຫ່ງທີ 3 ນີ້, ດັ່ງມີ ເນື້ອໃນ ຕອນນຶ່ງ ວ່າ:
"ຂ້າພະເຈົ້າ ໃນນາມ ຣັຖບານ ປະຊາຊົນ ລາວ ຂໍຖື ໂອກາດນີ້ ສະແດງ ຄວາມ ຂອບອົກ ຂອບໃຈ ຕໍ່ຣັຖບານ ແລະ ປະຊາຊົນ ໄທ ທີ່ໄດ້ໃຫ້ ການຊ່ວຍເຫຼືອ ກໍ່ສ້າງ ຂົວຂ້າມ ແມ່ນໍ້າຂອງ ແຫ່ງນີ້. ຂໍສະແດງ ຄວາມ ຂອບອົກ ຂອບໃຈ ຕໍ່ ທຸກ ພາກສ່ວນ ທີ່ກ່ຽວຂ້ອງ ທີ່ໄດ້ ໃຫ້ການ ຮ່ວມໄມ້ ຮ່ວມມື ອໍານວຍ ຄວາມ ສະດວກ ດ້ານຕ່າງໆ ໃຫ້ແກ່ ການດໍາເນີນ ໂຄງການນີ້ ສໍາເຣັດຜົນ ຕາມ ຈຸດປະສົງ ຣະດັບ ຄ້າຍໝາຍ ທີ່ວາງໄວ້ ທຸກປະການ".
ຂ້າພະເຈົ້າ ຈະເຣີນສຸກ ວິທຍຸ ເອເຊັຍເສຣີ ຣາຍງານ ຈາກ ເມືອງ ທ່າແຂກ, ແຂວງຄໍາມ່ວນ.