ບາງຄອບຄົວບໍ່ຢາກໜີ ຈາກບຶງທາຕຫຼວງ

ເຂດ ບຶງທາດຫລວງ ທີ່ ທາງການລາວ ອະນຸມັດ ໃຫ້ຈີນ ສ້າງເປັນເຂດ ເສຖກິດ ສະເພາະ ນັ້ນ ຊາວບ້ານ ບາງສ່ວນ ບໍ່ຢາກຍ້າຍ ອອກຈາກພື້ນທີ່.
ຈໍາປາທອງ
2012.01.13

ກົດຟັງສຽງ

ພື້ນທີ່ເຂດ ບຶງທາດຫລວງ ນະຄອນຫລວງ ວຽງຈັນ ຊຶ່ງທາງ ການລາວ ອະນຸມັດ ໃຫ້ຈີນ ສ້າງເປັນເຂດ ເສຖກິດສະເພາະ ຕາມຄໍາໝັ້ນ ສັນຍາ ທີ່ໄດ້ໃຫ້ໄວ້ ກັບຈີນ ຄາວທີ່ຈີນ ຊ່ວຍສ້າງ ສນາມກິລາ ແຫ່ງຊາດໃໝ່ ໃຫ້ເມື່ອປີ 2010 ນັ້ນມີຊາວບ້ານ ບໍ່ຢາກຍ້າຍ ຈາກທີ່ຢູ່ອາໄສ ຂອງພວກຕົນ ຍ້ອນເປັນຫ່ວງນໍາ ບ່ອນທໍາມາ ຫາກິນ ໃນຖິ່ນຖານ ບ້ານໃໝ່. ມີຊາວບ້ານ ດອນກອຍ ເມືອງສີສັຕນາກ ນະຄອນຫລວງ ວຽງຈັນ ທີ່ຕ້ອງໄດ້ ຍ້າຍອອກ ເວົ້າວ່າ:

"ປະຊາຊົນ ທີ່ວ່າຢູ່ມາ ແຕ່ນານ ມາແຕ່ພໍ່ແມ່ ມາຢູ່ ກາງບຶງຫັ້ນນະ ຈະບໍ່ພໍໃຈ ເພາະວ່າພວກ ນັ້ນມັນໄປແລ້ວ ບໍ່ມີບ່ອນ ໄປຫາກິນ ມັນໄກ ສົມມຸດວ່າ ໄປຢູ່ທາງເຂດນອກ ຊານເມືອງ ເຂົາບໍ່ເຄີຍ ໄປຢູ່ ເຂົາກໍບໍ່ຢາກ ໄປ".

ການທີ່ ທາງການລາວ ເອົາທີ່ດິນ ຂອງ ປະຊາຊົນ ໃຫ້ຈີນມາລົງທຶນ ສ້າງເປັນເຂດ ເພື່ອຜົນປະໂຫຍດ ຂອງຈີນນັ້ນ ສ້າງຄວາມ ເດືອດຮ້ອນໃຫ້ ປະຊາຊົນ ເຮັດໃຫ້ ປະຊາຊົນ ບໍ່ພໍໃຈ ເຖິງແມ່ນວ່າ ຈະມີການ ຊົດເຊີຍ ສ່ວນໃດສ່ວນນຶ່ງ ກໍຕາມ.

ໂຄງການພັທນາ ຂອງຈີນ ຢູ່ບຶງທາດຫລວງ ເທື່ອນີ້ ເປັນໂຄງການ ທີ່ນ້ອຍກວ່າ ໂຄງການເມື່ອ 2 ປີກ່ອນ ຄືມີເນື້ອທີ່ 365 ເຮັກຕາ ບໍ່ເຖິງ 1,000 ເຮັກຕາຄື ເມື່ອກ່ອນ. ແຕ່ເຖິງຢ່າງໃດ ກໍຕາມ ໂຄງການນີ້ ກໍກວມ ເອົາ 6 ໝູ່ບ້ານ ໃນເຂດເມືອງ ໄຊເສດຖາ ແລະ ເມືອງສີສັຕນາກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jan 15, 2012 10:13 AM

Let the chinese takes over Laos so the neow lao Xang xath doesn't have to worry about pay back whatever neow lao xang xath has owed the chinese but I feel sorry to my poor fellow lao that they will not have land for their children and great-great children in the next generation.

Anonymous
Jan 15, 2012 11:41 AM

ການສຳປະທານທີ່ດີນທີ່ກວມເອົາຫຼາຍໆໝູ່້້ບ້ານແບບນີ້ມັນເປັນການສຳປະທານທີ່ເຫັນແກ່ ຕ ແລະ ງ ຢ່າງດຽວ, ເປັນຫຍ້ງຄືບໍ່ ໃຫ້ພວກຈີນຂາດທີ່ຢູ່ອາໃກນັ້ນໄປພັດທະນາເຂດຊານເມືອງຢູ່ ແຖວຫຼັກ 21, 27, 36 ນັ້ນ? ໃນຕໍ່ໜ້ານີ້ຕົວເມືອງວຽງຈັນຈະເຕັມໄປດ້ວຍພວກຊາວຈີນ ແລະ ຫວຽດນາມ ແຕ່ໃນນັ້ນປະຊາຊົນລາວຈະໄປຢູ່ນຳສັດໝົດ ເພາະ ທີ່ຢູ່ອາໃສ ຖືກລັດສຳປະທານໃຫ້ ຈີນ, ເກົາຫຼີ ແລະ ບັກຫວຽດນາມ ໝົດ.

Anonymous
Jan 13, 2012 07:54 AM

Laos government have no brain, why let vietnam and china bump lao people out theire land.

Anonymous
Jan 14, 2012 05:49 AM

ພວກໄດຕັດສີນໃຈພິດພາດ ກໍຄວນພິຈາລະນາຕົນເອງ ເພາະເຮັດໄຫ້ປະເທດຊາດເສຍຫາຍຄົນທີ່ເຈັບຊ້ຳກໍ່ແມ່ນປະຊາຊົນເຈົ້າຂອງປະເທດນັ້ນລະ!ການໄດ້ັຮບໄຊຊະນະ ດ້ວຽອຳນາດກໍໄດ້ມາພ້ອມສັດຕູຣເປັນຂອງແຖມສະເມີ ສະຫາຍເອີຍ!

Anonymous
Jan 13, 2012 07:49 AM

Chine already Blackmail Lao government
a lot of them already got Rich and put the Black mail deep down in their pockets and they won't let go. Anyone stay in Their way will ge hurt.