ໂຄງການບຶງທາຕຫຼວງ ຄ້າງຄາຍ້ອນນາຍທຶນ
2012.04.10

ກົດຟັງສຽງ
ຊາວບ້ານ ທາຕຫຼວງ ທີ່ອາສັຍ ຢູ່ໃນເຂດ ບຶງທາດຫລວງ ເຊື່ອວ່າ ໂຄງການ ກໍ່ສ້າງ ໃນເຂດ ບຶງທາຕຫລວງ ຫລ້າຊ້າ ເປັນຍ້ອນ ນັກລົງທຶນ ທີ່ໄດ້ຮັບ ສໍາປະທານ ຍັງບໍ່ສາມາດ ຕົກລົງກັນໄດ້ ຢ່າງ ແຈ່ມແຈ້ງເທື່ອ. ໃນຕອນຕົ້ນ ເຫັນວ່າ ນັກລົງທຶນ ຈີນ ເປັນຜູ້ໄດ້ຮັບ ສໍາປະທານ ໃນການກໍ່ສ້າງ ແລະ ຕໍ່ມາ ກໍມີຂ່າວວ່າ ນັກລົງທຶນ ວຽດນາມ ກໍມີສ່ວນແບ່ງ ໃນການ ພັທນາ. ແມ່ຄ້າ ຣາຍຍ່ອຍ ຢູ່ບຶງ ທາຕຫລວງ ຜູ້ນຶ່ງ ເວົ້າວ່າ:
"ຄັນຈີນ ມັນຕ້ອງ ເອົາໝົດເດີ ເຂົາເອົາຫລາຍ ເຂົາເອົາ ຈີນນີ້ ເຂົາເອົາແຕ່ ທາດຫລວງ ເບື້ອງຂວານີ້ ທັງມົດເນ໋າະ ເຂົ້າມາຜ່ານ ບຶງທາດຫລວງ ຫັ້ນນ໋າ ເບື້ອງຂວາ ຈີນຈະເອົາ ສ່ວນເບື້ອງຊ້າຍ ວຽດນ່າ ຈະເອົາ ກໍມັນຊິເປັນ ຕົກລົງ ກັນບໍທັນ ໄດ້ເທື່ອ ເພາະວ່າມັນ ຄາກັບວຽດ ເດ້".
ນາງເວົ້າອີກວ່າ ພື້ນທີ່ ສໍາປະທານ ທີ່ວ່າ ຈະໃຫ້ຈີນ ພັທນາ ກວ້າງ 365 ເຮັກຕາ ນັ້ນ ເຫັນວ່າຈີນ ຢາກໄດ້ຫລາຍ ກວ່ານັ້ນ ແຕ່ນັກລົງທຶນ ວຽດນາມ ກໍຢາກເຂົ້າມາ ລົງທຶນ ໃນດິນ ຕອນນັ້ນ ຕື່ມອີກ ຈື່ງມີບັນຫາ ຕົກລົງ ກັນບໍ່ໄດ້ ລາຍລະອຽດ ໄປກວ່ານີ້ ມ້າຄ້າຜູ້ນີ້ ກໍບໍ່ສາມາດ ຈະຮູ້ໄດ້ ແຕ່ກໍເຊື່ອວ່າ ໂຄງການ ຍັງຈະມີ ຢູ່ຕໍ່ໄປ ລໍຖ້າແຕ່ ການຕົກລົງກັນ ທີ່ຄັກແນ່ ເທົ່ານັ້ນ.
ເຖິງຢ່າງໃດກໍດີ ວິທຍຸ ເອເຊັຍເສຣີ ກໍໄດ້ຕິດຕໍ່ ໄປຍັງ ເຈົ້າໜ້າທີ່ ກະຊວງ ໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງ ວຽງຈັນ ກໍໄດ້ຮັບ ຄໍາຕອບ ວ່າຍັງບໍ່ມີ ລາຍລະອຽດ ເຣື່ອງລົງທຶນ ຈາກວຽດນາມ ແລະອີກ ຢ່າງນຶ່ງ ທີ່ໂຄງການ ພັທນາ ບຶງທາດຫລວງ ມີຄວາມ ຊັກຊ້າ ທາງຫ້ອງການ ດັ່ງກ່າວນີ້ ກໍບໍ່ຮູ້ ບັນຫາ ເຊັ່ນກັນ.