ຊາວບ້ານຕ້ອງຍ້າຍຈາກເຂດ ພັທນາບຶງທາຕຫຼວງ

ຊາວບ້ານ ໃນເຂດບຶງ ທາຕຫຼວງ ຢືນຢັນວ່າ ການພັທນາ ເມືອງໃໝ່ ຂອງ ບໍຣິສັດ ຈີນ ນັ້ນຕ້ອງມີ ຜົນກະທົບ ຕໍ່ທີ່ຢູ່ ອາສັຍ ຂອງຜູ້ຄົນ.
ມະນີຈັນ
2012.01.04
F-TL-MARSH ບໍລິເວນເຂດ ບຶງທາຕຫຼວງ ທີ່ມີໝູ່ບ້ານຢູ່ ເລາະລຽບໄປຕາມ ຄອງບຶງ
RFA

ກົດຟັງສຽງ

ປະຊາຊົນ ຢືນຢັນວ່າ ໂຄງການ ພັທນາ ບຶງທາດຫລວງ ຈະກວມທີ່ຢູ່ ອາສັຍ ຂອງຜູ້ຄົນ ໃນເຂດນັ້ນ ຢ່າງແນ່ນອນ ຍ້ອນວ່າທີ່ດິນ ໃຫ້ ສັມປະທານ ແກ່ຈີນນັ້ນ ສ່ວນໃຫຍ່ ມີຊາວບ້ານ ຕັ້ງບ້ານເຮືອນຢູ່  ບໍ່ແມ່ນທີ່ດິນ ເປົ່າວ່າງ ຫລື ເປັນບຶງເປັນໜອງ. ຊາວເມືອງວຽງຈັນ ຄົນນຶ່ງ ເວົ້າວ່າ:

"ຄັນວ່າ ເປັນທີ່ດິນ ຣັຖເລີຍ ກໍບໍ່ເປັນຫຍັງ ຫັ້ນນະ ແຕ່ສ່ວນຫລາຍ ຂອບເຂດແຖວນັ້ນ ຈະຖືກທີ່ດິນ ແຖບ ປະຊາຊົນ ກໍມີຫັ້ນນະ ມັນອາຈຈະຖືກ ທີ່ດິນ ຂອງ ປະຊາຊົນ ນໍາແດ່ ຫັ້ນນະ".

ປະຊາຊົນ ທີ່ຢູ່ນອກເຂດ ໂຄງການ ພັທນາ ບຶງທາດຫລວງ ເຫັນວ່າ ການພັທນາ ປະເທດ ເປັນເຣື່ອງທີ່ດີ ແຕ່ຖ້າເປັນການ ທໍາລາຍ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ແລ້ວນັ້ນ ພວກເຂົາເຈົ້າ ກໍບໍ່ເຫັນ ພ້ອມນໍາ ຊຶ່ງກໍຍັງມີ ບາງຄອບຄົວ ທີ່ບໍ່ຍອມ ຍ້າຍອອກ ແຕ່ກໍມີ ປະຊາຊົນ ສ່ວນນຶ່ງ ໄດ້ຂາຍທີ່ດິນ ຂອງຕົນ ແລ້ວຍ້າຍອອກ ເພາະມີ ນັກລົງທຶນ ມາຊື້ຈາກ ປະຊາຊົນ ເອງ ໃນຣາຄາ ເລີ້ມແຕ່ 2 ພັນບາດ ຕໍ່ ຕາຕຣາງແມັຕ ແລະຄາດວ່າ ຣາຄາ ຈະສູງ ຂຶ້ນໄປເລື້ອຍໆ.

ເມື່ອປີ 2009 ຣັຖບານລາວ ໄດ້ໃຫ້ ສັມປະທານ ທີ່ດິນເຂດ ບຶງທາດຫລວງ ແກ່ຈີນ ມາລົງທຶນ ແຕ່ມີບັນຫາ ຂັດແຍ່ງ ກັບ ປະຊາຊົນ ທີ່ບໍ່ຍອມ ໂຍກຍ້າຍ ຈຶ່ງຕ້ອງໄດ້ ຍຸຕິ ໂຄງການນັ້ນລົງ. ປັຈຈຸບັນ ໂຄງການນີ້ ຖືກຟື້ນຟູ ຄືນໃໝ່ ຫລັງຈາກ ທາງການລາວ ໄດ້ ອະນຸມັດ ໃຫ້ ບໍຣິສັດ ຍີ່ປຸ່ນ ອອກແບບ ແຜນພັທນາ ບຶງທາດຫລວງ ໃໝ່ ຊຶ່ງເປັນ ເງື່ອນໄຂ ໃຫ້ກຸ່ມ ບໍຣິສັດ ຈີນ ຟື້ນຟູ ສັນຍາ ຄືນໃໝ່ ແລະໄດ້ຮັບ ສັມປະທານ ທີ່ດິນ ຊຸດທໍາອິດ 365 ເອັກຕາຣ ເພື່ອພັທນາ ແລະວຽດນາມ ໄດ້ 400 ກວ່າ ເອັກຕາຣ ຄືເກົ່າ.

ຍັງບໍ່ມີ ຣາຍງານ ທີ່ແນ່ນອນ ວ່າມີ ປະຊາຊົນ ໄດ້ຮັບຜົລ ກະທົບ ຈາກໂຄງການ ໜ້ອຍຫຼາຍຊໍ່າໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jan 05, 2012 02:07 AM

LAO PPLS YOU DON'T LIKE HMONG PPLS
NOW FOREIGNER TAKE YOUR LAND
WHAT YOU GO TO DO
WIPE LAODENG

Anonymous
Jan 04, 2012 03:37 PM

ເຫັນດີທີ່ມີການພັດທະນາ, ແຕ່ການພັດທະນານັ້ນ ຕ້ອງໃຫ້ຊີວິດການເປັນຢູ່ຂອງເຂົາດີຂື້ນກ່ອນເກົ່າ ແລະ ທີ່ສໍາຄັນແມ່ນບໍ່ໃຫ້ຫຼຸດເກົ່າ.