ບຶງທາຕຫຼວງ ຍັງບໍ່ເລີ້ມພັທນາ
2012.03.14

ກົດຟັງສຽງ
ວິທຍຸ ເອເຊັຍເສຣີ ໄດ້ຖາມ ເຈົ້າໜ້າທີ່ ຮັບຜິດຊອບ ໂຄງການ ດັ່ງກ່າວ ແລະ ທາງເຈົ້າໜ້າທີ່ ຈາກ ນະຄອນຫລວງ ວຽງຈັນ ໄດ້ອະທິບາຍ ກ່ຽວກັບ ເຣື່ອງນີ້ວ່າ:
"ພວກເຮົາ ກໍບໍ່ຮູ້ເຫດຜົນ ລະອຽດເນ໋າະ ແນ່ຫລືບໍ່ແນ່ ເພິ່ນກໍຍັງ ບໍ່ທັນມີຫຍັງ ລະອຽດ ອອກມາ ຫຍັງເທື່ອ ບໍ່ແມ່ນ ຝ່າຍໃດດອກ ອາດຈະແມ່ນ ການຕົກລົງ ບໍ່ທັນໄດ້ ບໍ່ມີຄວາມ ລະອຽດລະອໍ ເທື່ອເນ໋າະ".
ທ່ານໄດ້ເວົ້າ ຕໍ່ໄປວ່າ ປັດຈຸບັນ ຍັງມີບ້ານເຮືອນ ຂອງ ປະຊາຊົນ ທີ່ຍັງບໍ່ທັນ ຍ້າຍຈາກພື້ນທີ່ ເພື່ອການກໍ່ສ້າງ ເຖິງວ່າ ນັກລົງທຶນຈີນ ຈະໄດ້ຮັບ ສໍາປະທານ ໃນການກໍ່ສ້າງ ຈາກຣັຖບານ ລາວ ແຕ່ ການຕົກລົງ ບາງຢ່າງ ອາດຈະຍັງ ບໍ່ທັນສລຸບໄດ້ ການກໍ່ສ້າງ ຈຶ່ງຍັງບໍ່ທັນ ເລີ້ມຂຶ້ນ ແລະ ກໍານົດມື້ ທີ່ແນ່ນອນ ກໍຍັງບໍ່ທັນມີ ຍ້ອນວ່າຫລາຍຝ່າຍ ຍັງບໍ່ມີ ຂໍ້ຕົກລົງ ທີ່ແຈ່ງແຈ້ງເທື່ອ. ທ່ານເວົ້າ ກ່ຽວກັບ ເຣື່ອງນີ້ວ່າ:
"ຕົວນີ້ ກໍທາງຫັ້ນເນ໋າະ ທາງຣັຖບານ ເຂົາຍັງ ພິຈາຣະນາ ຢູ່ເນ໋າະ ກໍຕ້ອງການ ຂໍ້ມູນບາງອັນ ທີ່ຊັດເຈນ ກ່ອນເນ໋າະ".
ເຖິງຢ່າງໃດ ກໍຕາມ ຜ່ານມາ ເຈົ້າໜ້າທີ່ ຜແນກ ໂຍທາທິການ ແລະ ຜັງເມືອງ ນະຄອນຫລວງ ວຽງຈັນ ໄດ້ເວົ້າວ່າ ຍັງບໍ່ທັນ ໄດ້ມີການ ໂຍກຍ້າຍ ຊາວບ້ານ ແລະ ຂໍ້ຕົກລົງ ໃນການຊົດເຊີຍ ແກ່ຜູ້ທີ່ ຕ້ອງໄດ້ຍ້າຍ ກໍຍັງບໍ່ມີ ການສລຸບເທື່ອ ແລ້ວຄນະກັມມະການ ຮັບຜິດຊອບ ວຽກງານ ກໍຍັງບໍ່ທັນ ມີເທື່ອ ແຕ່ຂ່າວຫລ້າສຸດ ກໍປາກົດວ່າ ມີ 5 ບໍລິສັດ ຕ່າງຊາດ ໄດ້ສເນີເຂົ້າ ມາລົງທຶນ ພັທນາພື້ນທີ່ ໃກ້ຄຽງກັບເຂດ ສໍາປະທານ ຂອງຈີນ ແລ້ວ ຊຶ່ງອາດມີພື້ນທີ່ ກວ້າງປະມານ 100 ເຮັກຕາ ເພື່ອໃຫ້ ສໍາປະທານ.