ຊາວໄທຽປະທ້ວງສາຍໄຟ ຈາກເຂື່ອນຫົງສາ
2011.10.11
ກົດຟັງສຽງ
ປະຊາຊົນ ຊາວໄທຽ ຈາກ 4 ຕົວເມືອງ ໃນແຂວງ ນ່ານກວ່າ 300 ຄົນ ພາກັນ ໄປໂຮມ ຊຸມນຸມ ຢູ່ບໍຣິເວນ ຕໍ່ໜ້າ ໂຮງກາຣ ແຂວງນ່ານ ໃນຕອນເຊົ້າ ຂອງມື້ ວັນຈັນ ທີ່ 10 ຕຸລາ ນີ້ ເພື່ອປະທ້ວງ ກາຣໄຟຟ້າ ຝ່າຍຜລິຕ ແຫ່ງ ປະເທສໄທຽ ທີ່ບໍ່ໄດ້ ໃຫ້ຄວາມ ກະຈ່າງແຈ້ງ ກ່ຽວກັບເຂຕ ແລະ ຜົລກາຣ ສຳຣວຈ ໂຄງກາຣ ເນັ່ງສາຍ ໄຟຟ້າ ຄວາມແຮງສູງ ຈາກໂຮງ ໄຟຟ້າ ລິກໄນຍ໌ ຫົງສາ ແຂວງ ໄຊຍະບູຣີ ໄປຍັງ ປະເທສ ໄທຽ ໂດຽຈະຜ່ານ ເຂຕທີ່ ທຳມາ ຫາກິນ ຂອງ ປະຊາຊົນ ຈຶ່ງໄດ້ ພາກັນ ຮຽກຮ້ອງ ໃຫ້ທາງກາຣ ກ່ຽວຂ້ອງ ຈົ່ງໄດ້ ຍຸຕິ ໂຄງກາຣ ດັ່ງກ່າວນີ້ ຢ່າງສິ້ນເຊີງ.
ໜັງສືພີມ ຜູ້ຈັດກາຣ ຣາຍວັນໄທຽ ໄດ້ແຈ້ງວ່າ ໂຄງກາຣ ເນັ່ງສາຍໄຟຟ້າ ຂນາດ 500 ກິໂລ ໂວລຕ໌ (kilo-voltage) ຈາກ ໂຮງໄຟ ຟ້າລິກໄນຕ໌ ຫົງສາ ເຂົ້າໄປ ໃນເຂຕ ຊາຍແດນ ນ່ານ 2 ແມ່ເມາະ 3 ເຂົ້າໄປຍັງ ເມືອງສອງແຄວ ເມືອງ ທ່າວັງຜາ ເມືອງນ່ານ ຕລອດເຖິງ ເມືອງ ລອງ ແຂວງແພ່ ແລະ ເມືອງແມ່ເມາະ ແຂວງລຳປາງ ຊຶ່ງມີ ຄວາມຍາວ ທັງໝົດ ບໍ່ຕໍ່າກວ່າ 270 ກິໂລແມ໊ຕ ແລະ ທັງໝົດ ກໍຈະເປັນ ກາຣສ້າງ ຜົລກະທົບ ຕໍ່ ປະຊາຊົນ ທີ່ອາສັຍ ຢູ່ຕາມ ພື້ນທີ່ ທັງໝົດ ດັ່ງກ່າວນີ້.
ຫົວໜ້າກຸ່ມ ປະທ້ວງ ໄດ້ເນັ້ນວ່າ ໂຄງກາຣ ເນັ່ງສາຍ ໄຟຟ້າ ຄວາມແຮງສູງ ຜ່ານເຂຕ ພື້ນທີ່ ດັ່ງກ່າວ ຈະສົ່ງຜົລ ກະທົບ ຕໍ່ວີຖີ ຊີວີຕ ທັ້ງ ສຸຂພາບ ແລະ ຄວາມປອດພັຍ ຂອງ ປະຊາຊົນ ຕລອດຮອດ ພືຊຜົລ ແລະ ເຮືອນຊານ ບ້ານຊ່ອງ ຂອງ ປະຊາຊົນ ກໍຈະໄດ້ ຮັບຄວາມ ເສັຽຫາຍ ຈຶ່ງໄດ້ ພາກັນ ຮຽກຮ້ອງ ໃຫ້ທາງກາຣ ກ່ຽວຂ້ອງ ໄດ້ ພິຈາຣະນາ ຢ່າງຖີ່ຖ້ວນ ຕື່ມອີກ ເສັຽກ່ອນ.
ເຖິງຢ່າງໃດ ກໍຕາມ ທາງ ເຈົ້າໜ້າທີ່ ໂຮງກາຣ ແຂວງນ່ານ ກໍໄດ້ ຮັບເອົາ ຂໍ້ສເນີ ຂອງ ປະຊາຊົນ ທີ່ທາງ ຫົວໜ້າ ຜູ້ປະທ້ວງ ໄດ້ສົ່ງ ມອບໃຫ້ ເພື່ອນຳໄປ ສເນີຕໍ່ ທາງກາຣ ກ່ຽວຂ້ອງ ໃນຂັ້ນ ຕໍ່ໄປ ເຖິງແມ່ນວ່າ ທາງ ຣັຖບາລໄທຽ ໄດ້ຕົກລົງ ຊື້-ຂາຍ ກະແສ ໄຟຟ້າ ຈາກ ໂຄງກາຣ ຫົງສາ ລິກໄນຕ໌ ແຂວງ ໄຊຍະບູຣີ ດັ່ງກ່າວ ກັບທາງ ຣັຖບາລລາວ ແລ້ວ ນັ້ນ ກໍຕາມ.