ໃຜແທ້ສັ່ງໃຫ້ເລີ້ມ ສ້າງເຂື່ອນໄຊຍະບູຣີ

ສື່ມວລຊົນ ໄທ ວ່າ ຝ່າຍໄທ ຈະຕ້ອງ ຮັບຜິດຊອບ ເຣື້ອງການ ສ້າງເຂື່ອນ ໄຊຍະບູຣີ ເຊັ່ນກັນ.
ສົມເນ
2011.08.31
F-xayaburi-dam-construction ການສ້າງເຂື່ອນ ໄຊຍະບູຣີ ທີ່ມີມາຕລອດ ຮູປຖ່າຍ ຈັດມາສເນີ ໂດຍອົງການ ແມ່ນໍ້າສາກົນ
screen captured from International rivers slide show

ກົດຟັງສຽງ

ສື່ມວລຊົນ ໄທ ວ່າ ບໍຣິສັດ ໄທ ກໍມີສ່ວນ ສົມຮູ້ ຮ່ວມຄິດ ກັບ ຣັຖບານ ລາວ ໃນການ ລົງມື ສ້າງເຂື່ອນ ໄຊຍະບຸຣີ ກ່ອນຈະໄດ້ ຮັບຄວາມ ເຫັນພ້ອມ ຈາກ ປະເທດ ເພື່ອນບ້ານ. ໜັງສືພິມ ພາສາ ອັງກິດ The Nation ຂອງໄທ ອອກຂ່າວ ມື້ວານນີ້ ວ່າ ອົງການ ແມ່ນ້ຳ ສາກົນ ທີ່ມີ ສຳນັກງານ ໃຫຍ່ ຢູ່ ສະຫະຣັຖ ອະເມຣິກາ ຕູ່ຫາ ຣັຖບານ ລາວ ເປັນຜູ້ ລົງມື ສ້າງເຂື່ອນ ໄຊຍະບຸຣີ ກ່ອນແລ້ວ ທັ້ງໆທີ່ ຣັຖບານລາວ ເອງ ກໍໄດ້ ປະກາດ ໂຈະການ ສ້າງເຂື່ອນ ດັ່ງກ່າວ ເມື່ອ ສອງສາມເດືອນ ກ່ອນ ເພື່ອເຮັດ ການສຳຣວດ ຄືນໃໝ່ ແລະ ຈະລໍຖ້າ ຈົນກວ່າ ວ່າ ສະມາຊິກ ຄນະກັມມາທິການ ແມ່ນ້ຳຂອງ ທຸກ ປະເທດ ເຫັນພ້ອມນຳ.

ອົງການ ແມ່ນ້ຳ ສາກົນ ຂຽນອີກວ່າ ການລົງມື ສ້າງເຂື່ອນ ໄຊຍະບຸຣີ ກ່ອນການ ເຫັນພ້ອມ ຈາກ ປະເທດ ກ່ຽວຂ້ອງນັ້ນ ເປັນການ ລະເມີດ ຂໍ້ຕົກລົງ ຂອງ ຄນະກັມມາທິການ ແມ່ນ້ຳຂອງ ແລະ ກົດໝາຍ ສາກົນ. ອົງການ ແມ່ນ້ຳ ສາກົນ ໄດ້ຮຽກຮ້ອງ ໃຫ້ ຣັຖບານ ລາວ ຍຸຕິ ການລົງມື ກໍ່ສ້າງ ເຂື່ອນ ດັ່ງກ່າວ.

ໜັງສືພິມ The Nation ຂຽນວ່າ ອົງການ ແມ່ນ້ຳ ສາກົນ ຕູ່ຫາແຕ່ ຣັຖບານ ລາວ ຝ່າຍດຽວ ທີ່ເປັນ ຜູ້ລົງມື ສ້າງເຂື່ອນ ໄຊຍະບຸຣີ ກ່ອນ ກຳນົດ; ຄວາມຈິງແລ້ວ ບໍຣິສັດ ຊ. ການຊ່າງ ຊຶ່ງເປັນຜູ້ ລົງທຶນ ກໍ່ສ້າງ ກໍເປັນ ຜູ້ຮ່ວມມື ເລິ້ມສ້າງ ເຂື່ອນ ດັ່ງກ່າວ ເຊັ່ນກັນ. ບໍ່ເທົ່ານັ້ນ ທະນາຄານ ໄທ ຫລາຍໆແຫ່ງ ເຊັ່ນ ທະນາຄານ ກຸງເທບ , ທະນາຄານ ກະສິກອນໄທ ແລະ ທະນາຄານ ສຍາມ ຊຶ່ງເປັນ ຜູ້ໃຫ້ ເງິນກູ້ຢືມ ແກ່ ບໍຣິສັດ ຊ. ການຊ່າງ ເຖິງ 76 ຕື້ບາດ ເພື່ອ ສ້າງເຂື່ອນ ໄຊຍະບຸຣີ ນັ້ນ ກໍມີສ່ວນ ຮັບຜິດຊອບ ໃນການ ລົງມື ກໍ່ສ້າງເຂື່ອນ ໄຊຍະບຸຣີ  ກ່ອນກຳນົດ ເຊັ່ນກັນ.

ເຈົ້າໜ້າທີ່ ຄນະກັມມະການ ແມ່ນ້ຳຂອງ ຂອງໄທ ພາຍໃຕ້ ການນຳ ຂອງ ຣັຖບານ ຊຸດເກົ່າ ເວົ້າວ່າ ໄທຢາກ ໃຫ້ລາວ ສຶກສາ ສໍາຣວດ ການ ສ້າງເຂື່ອນ ໄຊຍະບຸຣີ ໃຫ້ ຄັກແນ່ ເສັຍກ່ອນ  ສ່ວນທ່າທີ່ ຂອງ ຣັຖບານ ໃໝ່ ຂອງໄທ ຍັງບໍ່ທັນ ເປີດເຜີຍວ່າ ຈະສນັບ ສນູນ ການສ້າງ ເຂື່ອນ ໄຊຍະບຸຣີຫລືບໍ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Sep 01, 2011 08:01 PM

Why the Mekong Nagas (Dragon) did not help people along the Mekong to object the construction of dam, I wish so.

Anonymous
Sep 05, 2011 07:54 PM

I agreed with GOL to develop Xayaburi Hydropower project, the benefit are for lao people and develop country. If NGO need our country to stop this project, it should pay the compensate to the GOL for lost opportunity to develop this project
and how do you this about this topic?

Anonymous
Sep 01, 2011 08:36 PM

ເຫັນດີໃຫ້ເຂົາເຈົ້າກໍ່ສ້າງເພື່ອເປັນການພັດທະນາເສດຖະກິດຂອງລາວໃຫ້ດີຂຶ້ນໃນອະນາຄົດ

Anonymous
Sep 04, 2011 11:44 PM

อยากให้ส้างเลียว ?

Anonymous
Sep 13, 2011 02:34 PM

ໃຫ້ທາງຜູ້ມີສ່ວນກ່ຽວຂ້ອງພິຈາລະນາຄືນໃໝ່ດ້ານຜົນລົບ ແລະ ຜົນບວກຂອງປະຊາຊົນກໍ່ຄືປະເທດຊາດຈິ່ງຄ່ອຍຕັດສິນໃຈລະອຽດ

Anonymous
Sep 05, 2011 05:09 PM

I agreed with GOL to develop Xayaburi Hydropower project, to get the benefit for Lao people and develop our country. If the NGO need us to stop the project
NGO should pay amount of the benefit of project to GOL because we lose opportunity of the benefit of develop the project