ໄທຈະສ້າງສະຖານີ ຮັບກະແສໄຟຈາກລາວ
ຄະນະ ຣັຖມົນຕຣີ ໄທ ຈັດງົປມານ 12 ພັນລ້ານບາດ ໃນການກໍ່ສ້າງ ສະຖານີ ໄຟຟ້າ ເພື່ອຮອງຮັບ ກະແສໄຟຟ້າ ຈາກເຂື່ອນ ໄຊຍະບູຣີ ຂອງລາວ.
-
ຈະເຣີນສຸກ
2012-11-13 -
-
-
Your browser doesn’t support HTML5 audio
ເມື່ອວັນທີ 12 ພຶສຈິກາ ຄະນະຣັຖບານໄທ ໄດ້ອະນຸມັດ ງົປມານ 12 ພັນລ້ານບາດ ຫລື ເທົ່າກັນກັບ 400 ລ້ານດອນລາ ສະຫະຣັຖ ເພື່ອສ້າງສະຖານີ ຮອງຮັບກະແສ ໄຟຟ້າ ຈາກເຂື່ອນ ໄຊຍະບູຣີ ທີ່ກໍາລັງສ້າງ ຢູ່ ສປປລາວ, ອີງຕາມຣາຍງານ ຂອງໜັງສືພິມ ເດິ ເນເຊິນ ຂອງໄທ ໃນວັນທີ 13 ນີ້.
ທ່ານ ພັກດີຫານ ຫິມະທອງຄໍາ, ຮອງໂຄສົກ ຣັຖບານໄທ ກ່າວວ່າ ສະຖານີ ໄຟຟ້າ, ຊຶ່ງຈະຖືກໃຊ້ ຮັບ, ເກັບ ແລະ ສົ່ງກະແສ ໄຟຟ້າ, ຈະຖືສ້າງຂຶ້ນ ໃນແຂວງເລີຍ, ໜອງບົວລໍາພູ ແລະ ຂອນແກ່ນ, ຊຶ່ງຢູ່ພາຍໃຕ້ ການບໍຣິຫານ ຂອງ ບໍຣິສັດ ຜລິດໄຟຟ້າ ແຫ່ງປະເທດໄທ ຫລື EGAT.
ການຕິດຕັ້ງ ສາຍໄຟຟ້າ ແລະ ຫລັກ ທີ່ມີຄວາມຍາວ 17 ກິໂລແມັດ ເນັ່ງຈາກ ຊາຍແດນລາວ ແລະ ໄທ ໄປຫາ ສະຖານນີ ໃນແຂວງເລີຍ ທີ່ຈະຜ່ານ ອົງການກວດສອບ ສະພາບແວດລ້ອມ, ພວມຢູ່ໃນຂັ້ນ ພິຈາຣະນາ ການອະນຸມັດ ຈາກ ຫ້ອງການ ທີ່ກ່ຽວຂ້ອງ, ກ່ອນທີ່ ອີກາດ (EGAT) ຈະເຣີ້ມຕົ້ນ ກໍ່ສ້າງ ໂຄງຮ່າງພື້ນຖານ.
ຄະນະຣັຖບານໄທ ໄດ້ແນະນໍາ ອີກາດ (EGAT) ໃຫ້ປັບປ່ຽນ ເວລາ ການກໍ່ສ້າງ ແລະ ໂຄງການ ທີ່ກ່ຽວຂ້ອງ ໃຫ້ເໝາະກັບແຜນການ ທີ່ເກີດຂຶ້ນ ກ່ຽວກັບ ການຕົກລົງຊື້ ກະແສໄຟຟ້າ, ເພື່ອເຮັດສາຍສັມພັນ ອັນດີ ກັບ ກັມພູຊາ ແລະ ວຽດນາມ ຍັງຄົງຢູ່ຕໍ່ໄປ, ເນື່ອງຈາກວ່າ ປະເທດ ດັ່ງກ່າວ ຄັດຄ້ານ ໂຄງການ ເຂື່ອນໄຊຍະບູຣີ. ແລະ ບໍ່ໃຫ້ ສົ່ງຜົລກະທົບ ຕໍ່ການ ຊື້-ຂາຍ ກະແສໄຟຟ້າ ແລະ ຂໍ້ຕົກລົງ ຕ່າງໆກັບລາວ.
ເຖິງຢ່າງໃດ ກໍຕາມ, ຄະນະຣັຖບານໄທ ບໍ່ໄດ້ໃຫ້ ຣາຍລະອຽດ ກ່ຽວກັບ ເງື່ອນໄຂ ຕ່າງ ແລະ ໂຄສົກ ກໍບໍ່ໄດ້ໃຫ້ ຂໍ້ມູນໃດໆ ເພີ້ມຕື່ມ.