ປະຊາສັມພັນສາຍດ່ວນ ຮັບແຈ້ງການຄ້າມະນຸດ

ສື່ມວລຊົນໄທ ໃນແຂວງ ສະຕູລ ຮ່ວມ ປະຊາສັມພັນ ສາຍດ່ວນ 1300 ເພື່ອຮັບແຈ້ງ ຄຳຮ້ອງທຸກ ແລະ ຂ່າວຄາວກ່ຽວກັບ ການຄ້າມະນຸດ. ຕາມຣາຍງາຍ ຂ່າວ ຜູ້ຈັດການ ອອນລາຍ ວັນທີ 28 ພຶສຈິກາ 2010.
ມະນີຈັນ
2010.11.29

ກົດຟັງສຽງ

ຂະບວນການ ຄ້າມະນຸດ ເປັນບັນຫາ ສັງຄົມ ທີ່ຣັຖບານໄທ ເອົາໃຈໃສ່ ແກ້ໄຂ ຢ່າງຮີບດ່ວນ ໂດຍສະເພາະ ບັນຫາ ທີ່ກ່ຽວຂ້ອງ ກັບການ ທາຣຸນເດັກນ້ອຍ ແລະສັຕຣີ. ກະຊວງ ພັທນາສັງຄົມ ແລະ ຄວາມໝັ້ນຄົງ ຂອງມະນຸດ ມີນະໂຍບາຍ ຈັດຕັ້ງສູນ ປະຊາສັມພັນ ສາຍດ່ວນ ຂຶ້ນໃນ ທົ່ວປະເທດ ເພື່ອເປັນສູນກາງ ຮັບແຈ້ງ ຄຳຮ້ອງທຸກ, ບັນຫາສັງຄົມ ແລະຂ່າວຄາວ ກ່ຽວກັບ ຂະບວນການ ຄ້າມະນຸດ ໂດຍມີບ້ານ ພັກເດັກນ້ອຍ ແລະ ຄອບຄົວ ແຕ່ລະແຂວງ ເປັນຜູ້ຮັບ ຜິດຊອບ ໃນການ ປະສານງານ ກັບໜ່ວຍງານ ທີ່ກ່ຽວຂ້ອງ ໃນການຊ່ວຍເຫລືອ ຜູ້ເຄາະຮ້າຍ ທີ່ຕົກເປັນ ເຫຍື່ອຂອງພວກ ກະທໍາຮຸນແຮງ ແລະ ພວກຄ້າມະນຸດ. 

ແຂວງສະຕູລ ເປັນແຂວງນຶ່ງ ຂອງໄທ ທີ່ປະເຊີນ ບັນຫາ ດັ່ງກ່າວ. ໂດຍສະເພາະ ເດັກນ້ອຍ ເຍົາວະຊົນ ໃນຄອບຄົວ ຂອງກຸ່ມຄົນງານ ຊຶ່ງສ່ວນໃຫຍ່ ປະກອບອາຊີບ ປະມົງ ແລະຮັບຈ້າງ ທົ່ວໄປ. ບັນຫາ ທີ່ວ່ານັ້ນ ອາດມີທັງ ຕໍ່ຄົນງານ ຕ່າງດ້າວ ຮວມທັງຄົນລາວ ທີ່ລັກເຮັດວຽກ ຢູ່ໄທ ປະມານ 2-3 ແສນຄົນ ຮວມຢູ່ນຳດ້ວຍ.

ການແກ້ໄຂ ບັນຫາ ເດັກນ້ອຍແມ່ຍິງ ແລະ ເຍົາວະຊົນ ໃນກຸ່ມທີ່ມີ ຄວາມສ່ຽງ ທຸກພາກສ່ວນ ຕ້ອງຮ່ວມມືກັນ. ສ່ວນການ ນຳສເນີ ສິ່ງຍົວະເຍົ້າ ຫລືອະບາຍມຸກ ທີ່ບໍ່ເໜາະສົມ ທາງສື່ ໂດຍສະເພາະ ໂທຣະທັດ ນັ້ນ ຄວນແຈ້ງ ໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ແກ້ໄຂ ເພື່ອໃຫ້ນຳສເນີ ແຕ່ສິ່ງທີ່ດີ ເປັນປະໂຫຍດ ຕໍ່ສັງຄົມ.

ສຳລັບການ ແກ້ໄຂບັນຫາ ເດັກນ້ອຍ ໃນສະຖານທີ່ ສຶກສາ ທີ່ມີພຶດຕິກັມ ບໍ່ເໝາະສົມ ແລະອາດຖືກ ຊັກຈູງ ໄປໃນທາງ ບໍ່ດີ ຈາກພວກທີ່ ບໍ່ຫວັງດີນັ້ນ ພາກສ່ວນທີ່ກ່ຽວ ຂ້ອງຄວນໃຫ້ ເດັກນ້ອຍ ມີສ່ວນຮ່ວມ ໃນການແກ້ໄຂ ເພີ່ອເປີດ ໂອກາດໃຫ້ ເຍົາວະຊົນ ມີບົດບາດ ສຳຄັນ ໃນສັງຄົມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.