ໄທ ທົບທວນແຜນຣົດໄຟ ຄວາມໄວສູງ
2011.08.24

ກົດຟັງສຽງ
ແຜນການ ດັ່ງກ່າວ ຖືກເປີດເຜີຽ ໃນເວລາ ຍານາງ ຢີ້ງລັກ ຊິນນະວັດ ນາຍົກ ຣັຖມົນຕຣີ ໄທ ໄດ້ ປະກາດ ນະໂຍບາຍ ຂອງ ຣັຖບານໃໝ່ ຄັ້ງ ປະຖົມມະເລີກ ຕໍ່ສະພາ ໂດຍເວົ້າວ່າ ເສັ້ນທາງ ຣົດໄຟ 3 ເສັ້ນ ທີ່ ຣັຖບານ ຊຸດນີ້ ມີແຜນ ຈະສ້າງ ນັ້ນແມ່ນ; 1-ຈາກ ບາງກອກ ໄປຫາ ເມືອງໃຫຍ່ ທາງພາກເໜືອ, ພາກຕະເວັນອອກ ສ່ຽງເໜືອ, ແລະ ສ່ວນເທິງ ຂອງ ພາກໃຕ້.
ແຜນການ ໃໝ່ນີ້ ແຕກຕ່າງຈາກ ແຜນການ ຂອງ ຣັຖບານ ຊຸດກ່ອນ ຊື່ງຕ້ອງການ ສ້າງທາງ ຣົດໄຟ ຄວາມໄວສູງ ສາຍນື່ງ ຈາກ ບາງກອກ ໄປຍັງ ແຂວງ ໜອງຄາຍ ທີ່ມີ ຄວາມຍາວ 615 km, ແລະ ອີກສາຍ ນື່ງ ຈາກ ບາງກອກ ໄປຍັງ ເມືອງຊາຍແດນ ຕິດກັບ ມາເລເຊັຽ ເມືອງ ປາດັງ ບາຊາ ທີ່ມີຄວາມ ຍາວ 980 km.
ລາຍລະອຽດ ກ່ຽວກັບ ແຜນການ ນີ້ ທ່ານ ສຸໂພດ ຊັບລ້ອມ ເລຂາທິການ ປະຈໍາ ກະຊວງ ຂົນສົ່ງ ຂອງໄທ ກ່າວວ່າ ເສັ້ນທາງ ຣົດໄຟ ຄວາມໄວສູງ ເສັ້ນທໍາອິດ ແມ່ນຈາກ ບາງກອກ ໄປຍັງ ນະຄອນ ຣາຊສີມາ ທີ່ມີ ຄວາມຍາວ 260 km, ທ່ານວ່າ ຣັຖບານ ຊຸດນີ້ ບໍ່ໄດ້ ຮີບຮ້ອນ ສ້າງທາງ ຣົດໄຟ ໄປຍັງ ໜອງຄາຍ ເພາະວ່າ ໂຄງການ ສ້າງທາງ ຣົດໄຟ ຂອງຈີນ ຜ່ານລາວ ຈະຊັກຊ້າໄປ ເກີນກ່ວາ ປີ 2014 ແລະ ມັນກໍ ເປັນເສັ້ນທາງ ດຽວກັນ ໝາຍຄວາມວ່າ ໄທ ຈະສ້າງ ໃຫ້ແລ້ວກ່ອນ ເຄິ່ງທາງ.