ຣາຍງານການປະທະ ໃນໄທທີ່ຮຸນແຮງ 2010
ຄນະກັມມະການ ທີ່ເປັນ ເອກກະຣາດ ນອກວົງການ ຣັຖບານ ສຶກສາ ຄົ້ນຫາ ຄວາມຈິງ ໃນເຫດການ ຮຸນແຮງ ທີ່ເກີດຂື້ນ ກາງເມືອງ ໃນບາງກອກ ເມື່ອ 2 ປີກ່ອນ ໄດ້ອອກ ຣາຍງານວ່າ ເປັນຄວາມ ຮັບຜິດຊອບ ຂອງທັງ 2 ຝ່າຍ ຄື: ຣັຖບານ ແລະ ກຸ່ມຄົນ ເສື້ອແດງ.
-
ມະນີຈັນ
2012-09-18 -
-
-
Your browser doesn’t support HTML5 audio
ຣາຍງານແຈ້ງວ່າ ຄນະກັມມະການ ເພື່ອຄວາມປອງດອງ ແຫ່ງຊາດ ຂອງໄທ ໄດ້ປະກາດ ຜົນການ ຊອກຫາຄວາມຈິງ ກ່ຽວກັບ ເຫດການປະທ້ວງ ເມື່ອເດືອນ ມີນາ ຫາ ພຶສພາ ປີ 2010 ຊຶ່ງມີຜູ້ເສັຽ ຊີວິດຍ້ອນ ຢ່າງໜ້ອຍ 91 ຄົນ ແລະ ບາດເຈັບອີກເກືອບ 2 ພັນຄົນ ຂນະທີ່ທາງກອງທັບ ເຂົ້າຄວບຄຸມການ ປະທ້ວງນັ້ນ.
ພວກປະທ້ວງ ສ່ວນໃຫຍ່ ສນັບສນູນ ທ່ານທັກສິນ ຊິນນະວັດ ທີ່ຖືກໂຄ່ນລົ້ມ ໃນເຫດຣັຖປະຫານ ປີ 2008. ຄນະສືບຫາ ຄວາມຈິງ ຖືກແຕ່ງຕັ້ງຂຶ້ນ ໂດຍນາຍົກ ຣັຖມົນຕຣີ ຕອນນັ້ນ ທ່ານ ອະພິສິດ ເວດຊາຊີວະ ແລະ ໄດ້ຮັບການສນັບສນູນ ຈາກນາຍົກ ຣັຖມົນຕຣີ ຄົນປັດຈຸບັນ ຍານາງ ຍິ່ງລັກ ຊີນນະວັດ.
ທ່ານ ສົມຊາຍ ຫອມລະອໍ ຫົວໜ້າ ຄນະສືບສວນ ເວົ້າວ່າ ແຕ່ລະຄົນ ຫລືແຕ່ລະຝ່າຍ ຕ່າງກໍມີເຫດພົນ ຄວາມຈິງ ຂອງຕົນເອງ ແລະວ່າ ການໃຊ້ຂໍ້ມູນ ທີ່ອ້າງອິງໃສ່ ຫລັກຖານ ທາງວິທຍາສາດ ພວກທ່ານຫວັງວ່າ ບົດຣາຍງານນັ້ນ ຈະສາມາດເຮັດ ໃຫ້ມີຄວາມເຂົ້າໃຈ ແນວດຽວກັນໄດ້ ບໍ່ຫລາຍກໍໜ້ອຍ.
ບົດຣາຍງານ ເວົ້າວ່າ ທັງສອງຝ່າຍ ລົ້ມເຫລວໃນການຫລີກລ່ຽງ ການໃຊ້ກໍາລັງ ອັນເປັນເຫດໃຫ້ ມີການຕາຍເກີດຂຶ້ນ. ຄນະກັມມະການ ຍັງພົບວ່າ ຝ່າຍທະຫານ ໃຊ້ລູກປືນແທ້ ໃນຣະຫວ່າງ ປະທະກັນ ແລະ ກໍແນະນໍາວ່າ ຄວນໃຊ້ ເຈົ້າໜ້າທີ່ຕໍາຣວດ ທີ່ໄດ້ຮັບ ການຝຶກອົບຮົມ ວິຊາສະເພາະ ເຂົ້າຄວບຄຸມ ຝຸງຊົນ ໃນອະນາຄົດ.