48 ແຂວງໃນໄທ ກໍາລັງແຫ້ງແລ້ງ

ກົມປ້ອງກັນ ແລະ ບັນເທົາ ສາທາຣະນະພັຍ ຂອງໄທ ເປີດເຜີຍ ໃນວັນທີ 1 ພຶສພາ 2012 ນີ້ວ່າມີ 48 ແຂວງ ໄດ້ຖືກປະກາດ ໃຫ້ເປັນ ພື້ນທີ່ ປະສົພພັຍ ແຫ້ງແລ້ງ ຊຶ່ງສ້າງ ຜົນກະທົບ ຕໍ່ 470 ເຂດ ແລະ 32,100 ໝູ່ບ້ານ.
ໂພໄຊສວັດ
2012.05.01

ກົດຟັງສຽງ

ໃນເຂດແຂວງ ທີ່ໄດ້ຮັບ ຜົນກະທົບມີ 17 ແຂວງພາກເໜືອ 19 ແຂວງພາກ ຕາເວັນອອກ ສ່ຽງເໜືອອິສານ 5 ແຂວງໃນພາກກາງ ພາກຕາເວັນອອກ ກໍມີ 7 ແຂວງ ສ່ວນພາກ ຕາເວັນຕົກ ມີພຽງແຂວງ ພູເກັດ ທີ່ໄດ້ຮັບ ຜົນກະທົບ.

ຣະດັບນໍ້າ ໃນຫ້ວຍໜອງ ຄອງບຶງ ຫຼືແມ່ນແຕ່ ເຂື່ອນໃຫຍ່ໆ ກໍໄດ້ບົກ ແຫ້ງລົງ ຢ່າງວ່ອງໄວ ຍ້ອນອຸນຫະພູມ ທີ່ ທະວີສູງຂຶ້ນ ຫລາຍພື້ນທີ່ ໃນປະເທດໄທ ຄວາມຮ້ອນ ຢູ່ຣະຫວ່າງ 37 - 40 degree celcius.
ນອກຈາກ ຄວາມແຫ້ງແລ້ງ ທີ່ສ້າງຄວາມ ເດືອດຣ້ອນ ໃຫ້ 48 ແຂວງນີ້ແລ້ວ ພາຍຸເຂດຮ້ອນ ກໍໄດ້ສ້າງ ຜົນກະທົບ ຮຸນແຮງ ໃນພາກເໜືອ ແລະ ພາກກາງ ຂອງໄທອີກ.

ວັນທີ 30 ເມສາ 2012 ບ້ານເຮືອນ 40 ຫລັງໃນ 6 ໝູ່ບ້ານ ແຂວງພິຈິດ ຖືກລົມພະຍຸ ເຂດຮ້ອນ ພັດຮື້ຫລັງຄາ ເສັຍຫາຍເພພັງ ແຕ່ບໍ່ມີ ລາຍງານ ຜູ້ໄດ້ຮັບ ບາດເຈັບ ສ່ວນຢູ່ແຂວງ ອຸດຕະຣະດິດ ບ້ານເຮືອນ ປະມານ 40 ຫລັງ ກໍໄດ້ຖືກ ລົມພະຍຸ ຣະດູແລ້ງ ພັດຜ່ານ ຈົນເພພັງ ເຊັ່ນດຽວກັນ ໃນຄືນວັນ ອາທິດ ທີ່ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
May 02, 2012 02:53 PM

ຂໍສະແດງຄວາມເສຍໃຈ ແລ/ະ ສົງສານປະຊາຊົນໄທທີ່ປະສົບກັບໄພທຳມະຊາດ ເຊັ່ນໄພນຳຖ້ວມ ແລະ ໄພແຫ້ງແລ້ວ ບັນຫານີ້ລັດຖະບານໄທຄວນຕ້ອງໄດ້ຮີບຮ້ອນແກ້ໄຂທີ່ຕົ້ນເຫດບໍ່ແມ່ນແກ້ໄຂທີ່ປາຍເຫດ ເພາະວ່າໄພແຫ້ງແລ້ງມັນເກີດຈາກທຳມະຊາດຖືກທຳລາຍ ເຊິ່ງປັດຈຸບັນລັດຖະບານລາວກໍ່ໄດ້ເລັ່ງແກ້ໄຂ ເຖິງວ່າປະເທດລາວຈະບໍ່ປະສົບກັບໄພແຫ້ງແລ້ງກໍ່ຕາມ ສະນັ້ນລັດຖະບານໄທຄວນນຳເອົາເປັນແບບຢ່າງ ,