ສັນຍາຊື້ໄຟຟ້າ ຈະມີການກວດສອບ
2012.02.22

ກົດຟັງສຽງ
ຫລັງຈາກ ທີ່ເຄືອຂ່າຍ ພາກ ປະຊາຊົນ 8 ແຂວງ ລຸ່ມ ແມ່ນໍ້າຂອງ ຂອງໄທ ໄດ້ຍື່ນໜັງສື ຄັດຄ້ານ ໂຄງການ ກໍ່ສ້າງເຂື່ອນ ໄຟຟ້າ ໄຊຍະບຸຣີ ແລະ ຮຽກຮ້ອງ ໃຫ້ກວດສອບ ຄວາມໂປ່ງໃສ ໃນສັນຍາ ຊື້ຂາຍ ກະແສ ໄຟຟ້າ ຂອງ ການໄຟຟ້າ ຝ່າຍຜລິດ ແຫ່ງ ປະເທດໄທ ຫລື ກຟຜ ຕໍ່ນາຍົກ ຣັຖມົນຕຣີ ຍານາງ ຍິ່ງລັກ ຊິນນະວັດ ຢູ່ຫ້ອງການ ແຂວງເລີຍ ປະເທດໄທ ໃນມື້ ວັນທີ 21 ກຸມພາ 2012. ຜູ້ຕາງໜ້າ ເຄືອຂ່າຍ ເປີດເຜີຍວ່າ ນາຍົກຣັຖ ມົນຕຣີ ໄດ້ຮັບໜັງສື ຮ້ອງຮຽນ ໄວ້ແລ້ວ ແລະຍັງໄດ້ ຮັບປາກວ່າຈະ ກວດສອບ ກ່ຽວກັບເຣື່ອງນີ້ ແນ່ນອນ. ຜູ້ຕາງໜ້າ ເຄືອຂ່າຍ ເວົ້າວ່າ:
"ນາຍົກ ໄດ້ກ່າວວ່າ ບໍ່ຮູ້ກ່ຽວກັບ ເຣື່ອງນີ້ ເຮັດໃຫ້ ຜູ້ຕາງໜ້າ ເຄືອຂ່າຍຕົກໃຈ ຍ້ອນວ່າ ນາຍົກເຄີຍ ກ່າວ ຕັ້ງແຕ່ ມື້ວັນທີ 25 ທັນວາ ພຸ້ນວ່າ ໂຄງການ ດັ່ງກ່າວ ຍັງໄປບໍ່ເຖິງໃສ ແຕ່ ກຟຜ ພັດໄດ້ ເຊັນສັນຍາ ໄປຕັ້ງແຕ່ ວັນທີ 29 ຕຸລາ 2011 ພຸ້ນແລ້ວ. ເຖິງຢ່າງໃດ ກໍຕາມ ທ່ານນາຍົກ ກໍຮັບປາກ ວ່າຈະກວດ ສອບກ່ຽວກັບ ເຣື່ອງນີ້ໃຫ້".
ຜູ້ຕາງໜ້າ ເຄືອຂ່າຍ ໄດ້ເວົ້າ ອີກວ່າ ນາງເຈນຈິຣາ ຄໍາເງາະ ແກນນໍາ ເຄືອຂ່າຍ ໃນພື້ນທີ່ ແຂວງເລີຍ ກໍໄດ້ສອບຖາມ ນາຍົກ ຣັຖມົນຕຣີ ຕອນຍື່ນ ໜັງສື ຮ້ອງຮຽນ ວ່າການເ ຊັນສັນຍາ ຜິດຫລັກການ ບໍຣິຫານ ຫລື ອາດບໍ່ມີ ຄວາມໂປ່ງໃສ ແລະ ຂໍຄໍາຕອບ ພາຍໃນເວລາ 30 ມື້. ແຕ່ທາງ ນາຍົກ ຣັຖມົນຕີ ກໍໄດ້ ແຕ່ຮັບປາກ ວ່າຈະກວດສອບ ເຣື່ອງນີ້ໃຫ້.
ຜູ້ຕາງໜ້າ ເຄືອຂ່າຍ ເວົ້າຕໍ່ໄປ ອີກວ່າ ຍັງມີເຄືອຂ່າຍ ອີກຊຸດນຶ່ງ ທີ່ໄປຍື່ນ ຄໍາຮ້ອງຕໍ່ ຄນະກັມມະການ ສິດທິມະນຸດ ແຫ່ງຊາດ ຜ່ານ ນາຍແພດ ນິຣັນ ພິທັກວັດຊະຣະ ຂໍໃຫ້ກວດ ສອບການ ລະເມີດ ສິດທິມະນຸດ ກໍຣະນີ ເຂື່ອນ ໄຊຍະບຸຣີ ຂອງ ຝ່າຍກ່ຽວຂ້ອງ ເປັນຕົ້ນ ກຟຜ ບໍລິສັດ ຊໍ ການຊ່າງ ຜູ້ທີ່ໄດ້ຮັບ ສໍາປະທານ ໃນການກໍ່ສ້າງ ແລະ ທະນາຄານໄທ ທີ່ ອອກເງິນກູ້ຢືມ ເພື່ອການກໍ່ສ້າງ.
ເຄືອຂ່າຍພາກ ປະຊາຊົນ 8 ແຂວງ ລຸ່ມ ແມ່ນໍ້າຂອງ ຂອງໄທ ຢືນຢັນວ່າ ຈະຕໍ່ສູ້ ກ່ຽວກັບເຣື່ອງນີ້ ຈົນເຖິງທີ່ສຸດ ເພື່ອປົກປ້ອງ ແມ່ນໍ້າຂອງ ຊຶ່ງເປັນ ແມ່ນໍ້າ ສາຍຫລັກ ໃນພູມີພາກ ແລະ ມີຄວາມສໍາຄັນ ຕໍ່ຊີວິດການ ເປັນຢູ່ ຂອງ ປະຊາຊົນ ຫລາຍກວ່າ 60 ລ້ານ ຄົນ ທີ່ອາໃສ ແມ່ນໍ້ານີ້ ເພື່ອລ້ຽງ ຊີວິດ.