ໄທຝຶກຊ້ອມການໂຍກຍ້າຍ ປະຊາຊົນ
2011.05.27

ກົດຟັງສຽງ
ຝ່າຍ ບໍຣິຫານ ທ້ອງຖີ່ນ ທີ່ບ້ານແຊວ ເມືອງຊຽງແສນ ແຂວງ ຊຽງຮາຍ ຂອງໄທ ມີການ ຊ້ອມ ຍຸທສາຕ ໂຍກຍ້າຍ ປະຊາຊົນ ທີ່ຢູ່ແຄມ ແມ່ນໍ້າຂອງ ຖ້າມີ ເຫດການ ເຂື່ອນໄຟຟ້າ ຈີນ ແຕກ ຍ້ອນເຫດ ແຜ່ນດີນ ໄຫວ. ການຊ້ອມ ຕຣຽມຮັບ ພັຍພິພັດ ຄັ້ງນີ້ ມີປະຊາຊົນ ເຂົ້າຮ່ວມ ເປັນຈຳນວນ ຫລວງຫລາຍ. ດັ່ງທ່ານ ສົມຄວນ ສຸຕະວົງ ຫົວຫນ້າ ບໍຣິຫານ ເຂດຕາແສງ ບ້ານແຊວ ກ່າວວ່າ:
"ມັນເປັນ ສີ່ງທີ່ ອັນຕຣາຍ ອັນນີ້ ເຂົາຮ້ອງວ່າ ເຂືjອນຈີງຫົງ ຖ້າເຂື່ອນ ດັ່ງກ່າວ ແຕກມັນ ກໍ່ມາເປັນກ້ອນ ທີ່ບ້ານເຮົາ ໄດ້ມີການ ຊ້ອມກັນ ແບບນີ້ ກໍ່ມີໂອກາດ ມີຊີວີດລອດ ຖ້າບໍ່ໄດ້ ຊ້ອມມີ ໂອກາດ ຕາຍໄດ້ ເຮົາກໍ່ເບີ່ງ ເຫັນຄວາມ ສຳຄັນ ອັນນີ້".
ທ່ານວ່າ ສາເຫດ ທີ່ມີການ ຊ້ອມ ໂຍກຍ້າຍ ຄົນ ແມ່ນເນື່ອງ ມາຈາກ ມີແຜ່ນດີນ ໄຫວ ເກີດຂື້ນ ເລື້ອຍໆ ໃນເຂດ ສາມຫລ່ຽມຄຳ ຮ່ວມທັງ ໃນຈີນ ຊື່ງເຫດການ ດັ່ງກ່າວ ມີຄວາມເປັນ ໄປໄດ້ສູງ ທີ່ຈະເຮັດ ໃຫ້ເຂື່ອນ ແຕກໄດ້, ປະຊາຊົນ ທີ່ຢູ່ໃຕ້ນ້ຳ ຄື: ໄທ ສປປລາວ ແລະ ພະມ້າ ກໍ່ຈະຖືກ ນ້ຳຖ້ວມ ຢ່າງກະທັນຫັນ.
ການຊ້ອມ ເທື່ອນີ້ມີ ປະຊາຊົນ ເຂົ້າຮ່ວມ ປະມານ 2 ພັນຄົນ ໃນຈຳນວນ 9 ຫມູ່ບ້ານ ຕາມລຳ ແມ່ນ້ຳຂອງ ທີ່ແຂວງ ຊຽງຮາຍ,ເຈົ້າຫນ້າທີ່ ທ້ອງຖີ່ນ ກໍ່ໃຫ້ການ ສນັບສນູນ ເປັນຢ່າງດີ.