ເກີດຄວາມຫວຸ້ນວາຍ ໃນສະພາແຫ່ງຊາຕໄທ
2012.06.01
ເກີດຄວາມຫວຸ້ນວາຍ ໂກລະຫົນ ກັນ ຢ່າງໃຫຍ່ ໃນ ສະພາໄທຽ ເປັນມື້ທີ່ 2 ໃນ ວັນພຣະຫັດ ນີ້ ຍ້ອນກາຣ ຂັດແຍ່ງ ຣະຫວ່າງ ສະມາຊິກ ສະພາ ກ່ຽວກັບ ກາຣສເນີ ໃຫ້ມີກາຣ ອະພິປຣາຍ ຮ່າງ ພຣະຣາຊບັນຍັຕ ປອງດອງ ແຫ່ງຊາຕ ທີ່ອາຈເກີດ ຄວາມຮຸນແຮງ ຮ້າຍໄປກວ່າເກົ່າ ຊຶ່ງ ສະມາຊິກ ສະພາ ຫລາຍໆຄົນ ເຫັນວ່າ ເປັນກາຣລົບລ້າງ ຄວາມຜິດ ໃຫ້ກັບ ທ່ານທັກສິນ ຊີນວັຕ ອະດີດ ນາຍົກ ຣັຖມົນຕຣີ ທີ່ອາສັຍ ຢູ່ຕ່າງປະເທສ ສາມາຕກັບຄືນ ປະເທສໄທຽ ໄດ້ ໂດຽບໍ່ຕ້ອງ ໄດ້ຈຳຄຸກ ຕາມຄຳພິພາກສາ ຂອງສາລ ໃນເມື່ອກ່ອນ ຍ້ອນຄະດີ ກາຣສໍ້ຣາສ ບັງຫລວງ.
ອົງກາຣຂ່າວ AFP ໄດ້ຣາຍງານວ່າ ຄວາມຫວຸ້ນວາຍ ທີ່ເກີດຂຶ້ນໃນ ສະພາ ເຮັດໃຫ້ທາງ ເຈົ້າໜ້າທີ່ ຕໍາຣວຈ ຕ້ອງໄດ້ເຂົ້າ ໄປສກັດກັ້ນ ແລະ ຢືນອ້ອມ ປະທານສະພາ ໄວ້ ເພື່ອບໍ່ໃຫ້ ສະມາຊິກ ທີ່ບໍ່ເຫັນພ້ອມ ນຳນັ້ນ ສາມາຕ ເຂົ້າໄປໃກ້ໄດ້ ແຕ່ຢ່າງໃດ ແລະວ່າ ເຫຕກາຣ ຄວາມຮຸນແຮງ ດັ່ງກ່າວ ກໍຖືກ ຖ່າຍທອດສົດ ອອກທາງ ໂທຣະທັສ.
ທາງອົງກາຣຂ່າວ AFP ໄດ້ແຈ້ງເພີ່ມວ່າ ນອກຈາກ ຄວາມຫວຸ້ນວາຍ ໃນສະພາແລ້ວ ຄນະສະມາຊິກ ຂອງ ພັນທະມິຕ ປະຊາຊົນ ເພື່ອ ປະຊາທິປະໄຕ ທີ່ຮູ້ກັນດີວ່າ ກຸ່ມເສື້ອເຫລືອງ ຫລາຍພັນຄົນ ກໍພາກັນ ໂຮມຊຸມນຸມ ຢູ່ຖນົນອີກ ແຫ່ງໜຶ່ງ ໃນບາງກອກ ພ້ອມກັບ ຢືນຢັນວ່າ ຖ້າຫາກຈະມີ ກາຣພິຈາຣະນາ ຮ່າງ ພຣະຣາຊບັນຍັຕ ປອງດອງ ແຫ່ງຊາຕ ອີກຕໍ່ໄປນັ້ນ ກໍຈະພາກັນ ເຄື່ອນຂບວນ ເຂົ້າໄປໃນ ສະພາ ໃນຂັ້ນຕໍ່ໄປ ກໍເປັນໄດ້.