ທາງການໄທປະຕິເສດ ຂ່າວຍິງລາວໂສເພນີ

ຮອງນາຍົກ ຣົຖມົນຕຣີ ໄທ ປະຕິເສດ ຂ່າວກ່ຽວກັບ ແຫລ່ງ ຄ້າໂສເພນີ ຍິງລາວ ທີ່ແຂວງ ຊະເຊີງເຊົາ ຂອງໄທ.
ສິດນີ
2012.08.01

ຫລັງຈາກທີ່ ທ່ານ ຊູວິດ ກະມົນວິສິດ ສະມາຊິກ ສະພາ ຜູ້ແທນຣາສດອນ ໄທ ໄດ້ເປີດເຜີຍ ຮູບພາບ ຄລິປວີດີໂອ ກ່ຽວກັບແຫລ່ງ ບໍຣິການ ທາງເພດ ຂອງເດັກນ້ອຍ ສາວລາວ ທີ່ແຂວງ ຊະເຊີງເຊົາ ທີ່ມີອາຍຸ ຣະຫວ່າງ 13-18 ປີ ກວ່າ 500 ຄົນ ບໍຣິການ ທາງເພດ ໃນທີ່ນັ້ນ. ກ່ຽວກັບເລື້ອງ ດັ່ງກ່າວ ທ່ານ ສເລີມ ຢູບຳຣຸງ ຮອງ ນາຍົກ ຣັຖມົນຕຣີໄທ ກໍໃຫ້ ສຳພາດຕໍ່ ສື່ມວນຊົນໄທ ປະຕິເສດຂ່າວ ດ່ັງກ່າວວ່າ ບໍ່ເປັນຄວາມຈີງ ແລະ ບໍ່ມີບ່ອນ ບໍຣິການ ທາງເພດ ແບບນັ້ນ ດັ່ງທີ່ນາຍ ສຸວິດ ກ່າວອ້າງ.

ໃນຂນະດຽວກັນ ພັນຕຳຣວດເອກ ສະຫນັ່ນ ບຸນເຜືອນ ຜູ້ກຳກັບການ ສະຖານີ ຕຳຣວດ ພູທອນ ທີ່ແຂວງ ຊະເຊີງເຊົາ ກໍໃຫ້ສຳພາດ ຕໍ່ສື່ມວນຊົນໄທ ເຊັ່ນກັນວ່າ ບໍ່ມີ ສະຖານທີ່ ບັນເທີງແບບນັ້ນ ຢ່າງແນ່ນອນ ໃນປັດຈຸບັນ ແຕ່ຍອມຮັບວ່າ ທີ່ຜ່ານມາ ມີຮ້ານອາຫານ ແລະ ກາຣາໂອເກະ ເປີດໃຫ້ ບໍຣິການ ດັ່ງກ່າວ ທີ່ນຳເອົາ ຜູ້ຍີງລາວ ມາແຝງຄ້າ ປະເວນີ ແທ້ຈີງ ກຸ່ມດັ່ງກ່າວ ຖືກກວດລ້າງ ແລະ ຖືກຈັບກຸມ ມາເປັນເວລາ 1 ເດືອນແລ້ວ ແລະ ຫລາຍຮ້ານ ກໍຖືກສັ່ງປິດ.

ເຖິງຢ່າງໃດກໍຕາມ ນັກຂ່າວ ເອເຊັຽເສຣີ ຍັງໄດ້ຮັບການ ຢືນຢັນ ຈາກຜູ້ທີ່ໄປໃຊ້ ບໍຣິການ ໃນສະຖານທີ່ ດັ່ງກ່າວ ຜູ້ທີ່ມີຊື່ ແຝງວ່າ ນາຍແຊມ ບອກວ່າ ຍັງມີຢູ່ ດ່ັງທ່ານກ່າວວ່າ:

"ໄປມາເດືອນ ທີ່ແລ້ວ ເປີດເປັນຮ້ານ ອາຫານທົ່ວໄປ ກໍມີເດັກມານັ່ງຄຸຍ ທົ່ວໄປ ຢ່າງນັ້ນຢ່າງນີ້ ຖນົນຍາວ 2-3 ກິໂລ ມີແຕ່ຮ້ານແບບນີ້ ທັງນັ້ນ ມັນຈະເປັນ ຂ້າງຫລັງ ມັນຈະເປັນ town house ທີ່ເຂົາເຮັດເປັນ ຫ້ອງໆໄວ້ ແບບງຽບໆ ຕອນນີ້ມັນຈັບຍາກ ແລ້ວເພາະວ່າຮ້ານ ມັນຮູ້ໂຕແລ້ວ ມັນກໍບໍ່ເປີດເປັນ ກາຣາໂອເກະ ເຮັດແບບປິດຮ້ານ ແລ້ວມັນຈະມີ ພວກຜູ້ຊາຍ ຫນ້າໂຫດໆ ມາກວກເອົາຣົຖ ຢູ່ຫນ້າຮ້ານມາ ເຊີນແຂກ.

ນາຍແຊມ ກ່າວຕໍ່ໄປວ່າ ສະຖານທີ່ ບໍຣິການ ໃນແຂວງ ຊະເຊີງເຊົານີ້ ເປັນທີ່ຮູ້ກັນດີ ໃນກຸ່ມນັກ ທ່ອງທ່ຽວ ຊາວໄທ ວ່າມີຜູ້ຍີງ ສາວລາວ ເປັນຈຳນວນ ຫລວງຫລາຍ ບໍຣິການ ທາງເພດ ໃນທີ່ນັ້ນ ເຖີງແມ່ນວ່າ ບໍ່ແມ່ນຄົນລາວ ທັງຫມົດ ແຕ່ສາມາດ ບອກໄດ້ວ່າ ປະມານ 90% ເປັນຜູ້ຍີງລາວ ທີ່ເຫລືອຈະເປັນ ຄົນພະມ້າ ແລະອື່ນໆ  ຜູ້ຍີງລາວ ທີ່ບໍຣິການ ໃນທີ່ນີ້ ຈະມີອາຍຸ ຣະຫວ່າງ 13-30 ປີ ຈະມາຈາກພາກສ່ວນ ຕ່າງໆຂອງລາວ ບາງຄົນເປັນ ຊາວເຜົ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.