ໂຄງການສ້າງເຂື່ອນ ຈະເລື່ີອນດົນປານໃດ

ອົງການ ແມ່ນໍ້າ ເພື່ອຊີວິດ ໃນໄທ ບໍ່ເຊື່ອວ່າ ໂຄງການ ສ້າງເຂື່ອນ ໄຊຍະບູຣີ ຈະຖືກ ໂຈະ ຕຣອດໄປ.
ສົມເນ
2011.05.11
F-waterfall ນໍ້າຕົກຄອນພະເພັງ
RFA

ກົດຟັງສຽງ

ອົງການ ແມ່ນໍ້າ ເພື່ອຊີວິດ Living River Siam ໃນປະເທດໄທ ເປີດເຜີຽ ວ່າໄດ້ຂ່າວ ກ່ຽວກັບ ໂຄງການ ສ້າງເຂື່ອນ ໄຊຍະບູຣີ ຖືກໂຈະ, ແຕ່ກໍຍັງ ບໍ່ແຈບໃຈ ຢູ່ວ່າ ໂຄງການ ດັ່ງກ່າວ ອາດເລີ້ມ ຂື້ນອີກ ຍາມໃດກໍໄດ້. ຕາມຄວາມເຫັນ ຂອງ ທ່ານ ທີຣະພົງ ໂພໝັ້ນ ຜູ້ອໍານວຍ ໂຄງການ ແມ່ນໍ້າ ເພື່ອຊີວິດ ໄດ້ກ່າວວ່າ:

"ເຖິງແມ່ນວ່າ ຣັຖບານລາວ ເວົ້າວ່າ ຈະເລື່ອນ ການສ້າງກໍດີ ມັນກໍຍັງມີ ຄວາມສາມາດ ຟື້ນຊີວິດ ຄືນມາໄດ້. ເຄືອຂ່າຍໃນ 8 ແຂວງ ຂອງໄທ ກໍຈະເຮັດວຽກ ອື່ນໆກ່ຽວກັບ ແມ່ນໍ້າຂອງ ໄປເລື້ອຍໆ ແລະ ຈະຈັບຕາເບິ່ງ ກິຈກັມ ຂອງ ໂຄງການ ຢ່າງໃກ້ສິດ".

ທ່ານ ທິຣະພົງ ກ່າວອີກວ່າ ໂຄງການ ສ້າງເຂື່ອນ ໄຊຍະບູຣີ ຄວນຍົກເລີກ ໄປເລີຽ ກໍແຮງດີ:

"ຄວາມເຫັນ ຂອງ ປະຊາຊົນ ກໍຄື ຄວນຈະ ຍົກເລີກ, ແຕ່ວ່າ ຢ່າງນ້ອຍ ທີ່ສຸດກໍຄວນ ຈະເລື່ອນໄປ ແລະ ກໍໃຫ້ມີການ ສືກສາ ແລະ ພິຈາຣະນາ ເປີດເຜີຽຂໍ້ມູນ ແລະ ຄວນຟັງສຽງ ຢ່າງແທ້ຈິງ".

ສໍາລັບ ປະຊາຊົນ ຢູ່ໃນ ປະເທດລາວ ນັ້ນສ່ວນໃຫ່ຽ ກໍເຫັນພ້ອມນໍາ ແຜນການ ຂອງຣັຖບານ ທີ່ຢາກສ້າງ ເຂື່ອນ ໄຊຍະບູຣີ ເພື່ອວ່າລາວ ຈະສາມາດ ໃຊ້ເງິນ ຈາກລາຍໄດ້ ຂາຍໄຟຟ້າ ນັ້ນມາ ພັທນາ ປະເທດຊາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.